ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ສະແດງຫນ້າຕາ ແລະ ການເຮັດວຽກຂອງ Windows 8 ແລ້ວ

ຂ່າວໄອທີ

Windows 8 ເປັນລະບົບປະຕິບັດການຫນຶ່ງທີ່ຫລາຍຄົນຈັບຕາ ແລະ ລໍຖ້າເບິ່ງວ່າຫນ້າຕາມັນຈະອອກມາແນວໃດ, ເຊິ່ງລ່າສຸດ Microsoft ກໍ່ນຳເອົາ Windows 8 ອອກມາສະແດງຫນ້າຕາ ແລະ ການເຮັດວຽກເບື້ອງຕົ້ນໃຫ້ເບິ່ງຢ່າງເປັນທາງການແລ້ວ ໃນງານ D9.

ຫນ້າຕາຂອງ Windows 8 ທີ່ທາງ Microsoft ນຳມາສະເຫນີໃນງານ D9 ນີ້ຈະມີຫນ້າຕາຄ້າຍໆກັບ Windows Phone 7 ທີ່ໃຊ້ Metro UI, ເຊິ່ງໃຊ້ການສະແດງຜົນທີ່ຊື່ວ່າ Tiles (ເປັນຮູບກາໂລ່) ແທນການໃຊ້ icon ທີ່ເຮົາເຫັນໃນ Windows ລຸ້ນທີ່ຜ່ານມາຈົນເຖິງປະຈຸບັນ, ແລະ Microsoft ຍັງບອກວ່າ ການສະແດງຜົນແບບກາໂລ ຫລື Tiles ນີ້ ຈະດີກວ່າ ເນື່ອງຈາກໃນຫນຶ່ງກາໂລ ມັນຈະສາມາດສະແດງລາຍລະອຽດຕ່າງໆຂອງ App ໄດ້ຫລາຍຂຶ້ນ.

Windows 8 ທີ່ມາກັບ UI ໃຫມ່ນີ້ ຈະເນັ້ນການຮອງຮັບການໃຊ້ງານແບບ Touchscreen, ແຕ່ກໍ່ຈະຍັງມີການໃຊ້ງານຮ່ວມກັບ Mouse ແລະ Keyboard ໄດ້ເຊັ່ນກັນ. ສ່ວນທາງດ້ານ Application ຫລື ໂປຼແກຼມທີ່ຈະໃຊ້ງານເທິງ Windows 8 ນີ້ ຈະມີສອງແບບຄື: ແບບທີ່ໃຊ້ໃນປະຈຸບັນ ກັບ Windows 7, ແລະ ແບບທີ່ເປັນ Mobile App ທີ່ສ້າງຈາກ HTML5 ແລະ Javascript ອີກດ້ວຍ.

ທາງດ້ານປະສິດທິພາບ Microsoft ຍັງໄດ້ປັບປຸງລະບົບ Multitasking ໃຫ້ມີປະສິດທິທິພາບ ແລະ ໃຊ້ງານຢ່າງງ່າຍດາຍຄື: ຜູ້ໃຊ້ສາມາດປ່ຽນ App ຫລື ປຽນຫນ້າຕ່າງໂປຼແກຼມໄດ້ໂດຍ ການໃຊ້ນິ້ວລາກໄປດ້ານຊ້າຍ ຫລື ຂວາເທົ່ານັ້ນ. ພ້ອມນັ້ນຍັງມີຄວາມສາມາດຫນຶ່ງທີ່ Microsoft ເອີ້ນວ່າ “Snap” ເຊິ່ງຜູ້ໃຊ້ສາມາດສະແດງໂປຼແກຼມສອງໂຕໄດ້ພ້ອມກັນ ແລະຍັງສາມາດຫຍໍ້ ຫລື ຂະຫນາຍສ່ວນໃດຫນຶ່ງໃຫ້ນ້ອຍລົງ ຫລື ກວ້າງອອກໄດ້ ຕົວຢ່າງຜູ້ໃຊ້ ຢາກເປີດ Feed ໄວ້ດ້ານຊ້າຍ ແລ້ວຫລິ້ນເວັບ ຫລື ໂປຼແກຼມອື່ນຢູ່ດ້ານຂວາ ກໍ່ຈະເຮັດໄດ້ສະບາຍ ແລະ ຍັງຄົງສາມາດລາກນິ້ວມື ເພຶ່ອປ່ຽນ App ຫລື ໂປຼແກຼມໄດ້ເຊັ່ນເດີມອີກດ້ວຍ.

ນອກນັ້ນໃນ Windows 8 ຈະມາກັບ Internet Explorer 10 ທີ່ມີການສະແດງຜົນແບບເຕັມຫນ້າຈໍ, Windows App Store ກໍ່ເຫັນໄດ້ຢ່າງຈະແຈ້ງໃນຫນ້າ Home ແລະ ກໍ່ຈະມີການຝັງບໍລິການ Office 365 ເຂົ້າໄປໃນ Windows 8 ອີກດ້ວຍ.

ສຳລັບລາຍລະອຽດເພີ່ມເຕີມນັ້ນ ຫາກມີການອັບເດດ ກໍ່ຈະນຳມາບອກກ່າວພາຍຫລັງ ແຕ່ໃຜຢາກເຫັນການໃຊ້ງານເບື້ອງຕົ້ນຂອງ Windows 8 ແບບເຕັມຕາ ກໍ່ສາມາດເບິງວິດີໂອທ້າຍຂ່າວໄດ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ຍອດຜູ້ໃຊ້ Windows 7 ຫລາຍແຊງຫນ້າ Vista ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.