ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ຈະເປີດບໍລິການ Web-Based ໃນ Windows Phone Marketplace

ຂ່າວໄອທີ

ຫລັງຈາກທີ່ໄດ້ເປີດໂຕ Windows Phone Mango ພ້ອມກັບເຜີຍຄວາມສາມາດໃຫມ່ໆອອກມາແລ້ວ, ລ່າສຸດທາງ Microsoft ກໍ່ມາປະກາດອີກວ່າ ຈະເປີດບໍລິການ Web-Based ໃຫ້ກັບ Windows Phone Marketplace ເພຶ່ອການ ຊອກຫາ, ຕິດຕັ້ງ ແລະ ຊື້ App ໃຫ້ສະດວກ ແລະ ງ່າຍຂື້ນ ສຳລັບຜູ້ໃຊ້ Windows Phone Mango. ເຊິ່ງໃນລາຍງານ ໄດ້ບອກວ່າບໍລິການ Web-Based ຂອງ Windows Phone Marketplace ນີ້ຈະຖືກອັບເດດ ແລະ ນຳເຂົ້າໄປໃນ Windows Phone 7.1 ຫລື Mango ທີ່ຫາກໍ່ເປີດໂຕໄປນີ້ຢ່າງແນ່ນອນ.

ໃນບໍລິການ Web-Based ຂອງ Windows Phone Marketplace ຈະໃຫ້ບໍລິການລັກສະນະດຽວກັບ Android Market ເຊິ່ງຜູ້ໃຊ້ຈະສາມາດຊື້ App ຫລື ດາວໂຫລດ App ໄດ້ຈາກ Web-Based Marketplace ແລ້ວຫລັງຈາກນັ້ນ App ຕ່າງໆກໍ່ຈະຖືກສົ່ງເຂົ້າໄປໃນໂທລະສັບມືຖື ໂດຍຜ່ານ Windows Live ID ແບບອັດຕະໂນມັດ ຫລື OTA ແລະຜ່ານການຊຳລະເງິນໂດຍບັດເຄດິດ. ນອກນັ້ນແລ້ວໃນ​ Web-Based Marketplace ກໍ່ຈະຈັດເກັບ ປະຫວັດ ຫລື App ທີ່ໄດ້ມີການຊື້ ຫລືດາວໂຫລດໄວ້ໃຫ້ ເພຶ່ອໃນກໍລະນີປ່ຽນເຄື່ອງໃຫມ່ ຈະໄດ້ກັບໄປດາວໂຫລດມາໃຊ້ໄດ້ອີກ ໂດຍທີ່ບໍ່ຕ້ອງຊື້ ຫລື ຈ່າຍເງິນໃຫມ່ໃນ App ທີ່ເສຍເງິນ ແລະທີ່ສຳຄັນ ສຳລັບພໍ່ແມ່ຜູ້ປົກຄອງ ຍັງສາມາດຄວບຄຸມ ແລະ ພິຈາລະນາວ່າ App ແບບໃດ ຫລື ເລດໃດທີ່ຈະໃຫ້ບຸດຫລານຂອງຕົນສາມາດເຂົ້າເຖິງ ຫລື ບໍ່ໃຫ້ເຂົ້າເຖິງໄດ້ອີກດ້ວຍ.

ທີ່ມາ – Windows Phone Blog

ລອງອ່ານກ່ຽວກັບ  MS ຕຽມ​ອອກ Windows 7 SP1 ກໍລະກົດ​ນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.