ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[Google I/O] Android ເວີ່ຊັ່ນຕໍ່ໄປ ຈະມີຊື່ວ່າ Ice Cream Sandwich

ຂ່າວໄອທີ

ເຊັ່ນເຄີຍຍັງຄົງຢູ່ໃນງານ Google I/O ແລະຂ່າວນີ້ກໍ່ສັ້ນໆງ່າຍໆ ເພາະເປັນຂ່າວກ່ຽວກັບ Android ລຸ້ນຕໍ່ໄປ ຫລື ເວີຊັ່ນທີ່ກຳລັງຈະອອກມາໃຫມ່ນີ້ ໄດ້ຊື່ຢ່າງເປັນທາງການແລ້ວໂດຍການປະກາດຢ່າງເປັນທາງການຈາກ Google ຄື Android ລຸ້ນຕໍ່ໄປຈະມີຊື່ວ່າ Ice Cream Sandwich.

ເຊິ່ງໃນ Android ເວີຊັ່ນນີ້ມີຈຸດເດັ່ນທີ່ການນຳເອົາຟີເຈີ່ຕ່າງໆທີ່ມີໃນ Android Honeycomb ແລະ Android ເວີຊັ່ນເທິງມືຖືເຂົ້າດ້ວຍກັນ. ນອກນັ້ນ ມັນຍັງຈະເຮັດໃຫ້ມັນສາມາດໃຊ້ງານໄດ້ທັງແທັບເລັດ ແລະ ໂທລະສັບ SmartPhone. ເຊິ່ງນັ້ນຫມາຍຄວາມວ່າ ຜູ້ຜະລິດຈະສາມາດນຳໃຊ້ ice Cream Sandwich ພຽງອັນດຽວເຂົ້າໃນອຸປະກອນທີ່ຈະຜະລິດອອກມາ ບໍ່ວ່າຈະເປັນແທັບເລັດ ຫລື ໂທລະສັບ.

ທີ່ມາ – Google blog

ລອງອ່ານກ່ຽວກັບ  firefox 4.0 ຈະໄວຂຶ້ນຫລືພຽງແຕ່ລຸດອິນ​ເຕີລ໌​ເຟ​ຊ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.