ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕຽມການດົນ ກໍ່ຍັງພາດ: RIM ເອີ້ນແທັບເລັດ PlayBook ທີ່ມີປັນຫາກັບຄືນ

ຂ່າວດ່ວນ, ແທັບເລັດ

ເຖິງວ່າຜົນຕອບຮັບແທັບເລັດຢ່າງ Blackberry PlayBook ຈະດີ, ແຕ່ຂ່າວນີ້ກໍ່ເຮັດໃຫ້ຫລາຍໆຄົນທີ່ຕຽມຊື້ ຫລື ຊື້ໄປແລ້ວຕົກໃຈ ເມຶ່ອ RIM ໄດ້ເອີ້ນຄືນແທັບເລັດ Blackberry PlayBook ຈຳນວນ 900 ກວ່າເຄື່ອງ ທີ່ຂາຍໃນຮ້ານຄ້າຂອງ Staples ເນື່ອງຈາກມີປັນຫາຂຶ້ນກັບແທັບເລັດຈຳນວນນັ້ນ, ເຊິ່ງຍັງບໍ່ມີການລະບຸວ່າປັນຫາດັ່ງກ່າວນັ່ນເກີດຂຶ້ນຍ້ອນຫຍັງ ເຊິ່ງທີ່ແນ່ໆຫາກເອີ້ນກັບແລ້ວຫນ້າຈະເປັນທີ່ຮາດແວຫລາຍກວ່າ.

ຢ່າງໃດກໍ່ຕາມ, ຍັງບໍ່ມີລາຍງານອອກມາວ່າແທັບເລັດ Blackberry PlayBook ທີ່ວາງຂາຍກັບຮ້ານຄ້າອື່ນໆຈະພົບເຈີປັນຫາ ແລະ ຕ້ອງເອີ້ນກັບຫລືບໍ່, ແຕ່ທີ່ແນ່ໆ Serial Number ຂອງເຄື່ອງທີ່ມີປັນຫາທັງຫມົດ 935 ເຄື່ອງ ໄດ້ອອກມາປາກົດໃຫ້ຜູ້ໃຊ້ໄດ້ເຊັກແລ້ວວ່າເປັນຂອງໂຕເອງຫລືບໍ່ ເຊິ່ງສາມາດເຂົ້າໄປເບິ່ງໄດ້ທີ່ ລິ້ງທີ່ມາ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  BlackPad.com ເປັນຊື່ເວັບຂອງ ແທັບເລັດ ຈາກ Rim ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.