ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ອອກ iOS 4.3.3 ແລ້ວ, ເພຶ່ອແກ້ໄຂປັນຫາເກັບພິກັດ ຂອງຜູ້ໃຊ້ iOS

ຂ່າວດ່ວນ, ຂ່າວໄອທີ

ກ່ອນຫນ້ານີ້ມີຂ່າວອອກມາວ່າອຸປະກອນ iOS ມີປັນຫາກ່ຽວກັບການເກັບຜິກັດຜູ້ໃຊ້ໄວ້ ແລ້ວບໍ່ມີການລ້າງອອກໃດໆ, ແລະກໍ່ເຮັດໃຫ້ເປັນເລື່ອງຂຶ້ນມາຢ່າງໃຫຍ່ ແລະ ເປັນປະເດັນຂຶ້ນມາ (ສາມາດອ່ານຂ່າວເກົ່າ), ໂດຍ Apple ກໍ່ອອກມາປະກາດວ່າ ຕົນເອງບໍ່ໄດ້ເກັບ ຫລື ຕິດຕາມພິກັດຂອງຜູ້ໃຊ້, ເຊິ່ງການເກັບພິກັດນີ້ ເປັນການເກັບສຳລັບບາງ App ແລະ ພິກັດຂອງ Wifi ເທົ່ານັ້ນ, ແຕ່ໃນກໍລະນີທີ່ປິດ ຫລື ລຶບບໍ່ໄດ້ນັ້ນແມ່ນເປັນ Bug ຫລືເປັນຂໍ້ບົກພ່ອງທີ່ກຳລັງແກ້ໄຂ.

ໃນທີ່ສຸດ Apple ກໍ່ໄດ້ອອກໂຕອັບເດດ iOS 4.3.3 ມາເພຶ່ອແກ້ໄຂປັນຫາການເກັບພິກັດຜູ້ໃຊ້ ແລະ ການກຳຈັດ cache ເຊິ່ງມີດັ່ງນີ້:

  • ລຶບລ້າງພິກັດ ຫລື location ທັງຫມົດອອກ ຫລັງຈາກເຮັດການປິດ Location Services
  • ຂໍ້ມູນພິກັດຕ່າງໆໃນອຸປະກອນ iOS ນັ້ນຈະບໍ່ຖືກແບັກອັບຂຶ້ນໄປຍັງ iTunes ອີກຕໍ່ໄປ
  • ປັບປຸງໃຫ້ cache ມີຂະຫນາດນ້ອຍລົງ.

ສຳລັບຜູ້ໃຊ້ iPhone 4 (GSM), iPhone 3GS, iPad 2, iPad, iPod touch (4th generation), iPod touch (3rd generation) ສາມາດອັບເດດເພຶ່ອແກ້ໄຂປັນຫາດັ່ງກ່າວໄດ້ແລ້ວ ໂດຍຜ່ານ iTunes.

ທີ່ມາ – Apple

ລອງອ່ານກ່ຽວກັບ  MacBook Air ລຸ້ນໃຫມ່ກຳລັງຈະມາພ້ອມ Sandy Bridge ແລະ Thunderbolt

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.