ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອັບເດດ Google Earth 2.0 ພ້ອມຮອງຮັບ Honeycomb ເຕັມທີ່

Android Apps, ຂ່າວໄອທີ

ຫລັງຈາກທີ່ເຫັນ Google ເທິງ Android ໃນຮູບແບບການໃຊ້ງານຂອງໂທລະສັບກັນໄປດົນພໍສົມຄວນແລ້ວ, ແລະປະຈຸບັນແທັບເລັດ Android 3.0 ນັ້ນກໍ່ເລີ່ມອອກສູ່ທ້ອງຕະຫລາດກັນໄປຫລາຍພໍສົມຄວນ ສະນັ້ນ Google ກໍ່ຢາກຈະເອົາໃຈ ແລະ ດຶງດູດຜູ້ໃຊ້ ໂດຍການອອກ Google Earth ສຳລັບ Android Honeycomb ຫລື ເວີຊັ່ນແທັບເລັດນັ້ນເອງ.

ໂດຍໃນ Google Earth ສຳລັບ Android ເວີຊັ່ນໃຫມ່ນີ້ຈະມີການປັບປຸງຫນ້າຕາ ແລະ ຂະຫນາດການສະແດງຜົນທີ່ໃຫຍ່ຂຶ້ນ ສຳລັບອຸປະກອນແທັບເລັດ Honeycomb ເພຶ່ອໃຫ້ຜູ້ໃຊ້ມີປະສົບການໃຫມ່ໆໃນການຊົມສະຖານທີ່ຕ່າງໆໃນແທັບເລັດ, ນອກນັ້ນ Google Earth ໃນ Android 3.0 ຫລື Honeycomb ນີ້ຈະມີຮອງຮັບການສະແດງພື້ນຜິວ ແລະສິ່ງປຸກສ້າງແບບສາມມິຕິ ເຊິ່ງຈະເຮັດໃຫ້ມີຄວາມສົມຈິງຫລາຍຂຶ້ນ, ສາມາດສະແດງຮູບພາບ ແລະ ສະຖານທີ່ຕ່າງໆໃນບໍລິເວນນັ້ນໄດ້ ໂດຍຈາກ Panoramio photos ແລະ Place. ທີ່ສຳຄັນຍັງມີ Tab ທີ່ຢູ່ດ້ານເທິງຂອງຈໍ ເພຶ່ອສະດວກໃນການຄົ້ນຫາສະຖານທີ່ ຫລື ປ່ຽນການຄົ້ນຕ່າງໆໄດ້ສະບາຍຂຶ້ນ ໂດຍບໍ່ຕ້ອງສະລັບໄປມາ ອີກດ້ວຍ.

ຜູ້ໃຊ້ແທັບເລັດ Android 3.0 ຫລື Honeycomb ສາມາດເຂົ້າໄປດາວໂຫລດ App ໂຕນີ້ໄດ້ແລ້ວໃນ Android Market ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ທີ່ມາ – Google Blog

ລອງອ່ານກ່ຽວກັບ  Larry Page ຮັບຊ່ວງເປັນ CEO ຂອງ Goolge ແທນ Eric Schmidt

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.