ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂໍ່ເຊີນຮ່ວມງານ Com-sci day 2011 ທີ່ຈະຈັດຂຶ້ນໃນວັນທີ 25-5-2011

ຂ່າວດ່ວນ

ລ່າສຸດທາງເວັບຂອງພວກເຮົາກໍ່ໄດ້ຮັບຂ່າວສານກ່ຽວກັບງານດີໆ ແລະກໍ່ໄດ້ນຳມາປະຊາສຳພັນ ເພາະງານນີ້ເປັນງານສຳລັບຄົນໃນວົງການໄອທີ ແລະ ຜູ້ທີ່ສົນໃຈໃນວົງການໄອທີໂດຍສະເພາະ, ເຊິ່ງງານດັ່ງກ່າວນີ້ແມ່ນ ງານສຳມະນາ  ວັນ ວິທະຍາສາດ ຄອມພິວເຕີ  2011 “ Computer Science Day 2011” ຫລື (Com-sci day 2011 )

ເຊິ່ງໃນງານຈະມີຫົວຂໍ້ທີ່ຫນ້າສົນໃຈດ້ານ IT ຫລາຍຫົວຂໍ້ເຊັ່ນ:

  • ເອົາຮູບຖ່າຍມາເຮັດເປັນຮູບກາຕູນແບບງ່າຍໆດ້ວຍ Photoshop CS5.
  • Android ແມ່ນຫຍັງ ? + ສ້າງໂປຣແກຣມ ມືຖືງ່າຍໆໂດຍບໍ່ຕ້ອງຂຽນ Code
  • ສິນລະປະໃນການ Hack ແບບ Buffer Overflow (The art of exploitation: Buffer Overflow Attack)
  • ສ້າງເກມໃນ iPhone ແບບງ່າຍໆດ້ວຍ Game Salad.
  • ກໍລະນີສຶກສາ Hack WiFi ຂ້າງບ້ານ ແລະ ວິທີປ້ອງກັນ.

ແລະນອກນັ້ນ ຍັງມີຫົວຂໍ້ທີ່ຫນ້າສົນໃຈອື່ນໆອີກ…

ໂດຍທີມ ວິທະຍາກອນຈາກຫລາຍພາກສ່ວນມານຳສະເຫນີເຊັ່ນ: ທ່ານອາຈານຈາກ ມະຫາວິທະຍາໄລແຫ່ງຊາດ, ທີມງານ ITC, ທີມງານ Robot, ລາວ – ສິງກະໂປ Genetic, ທີມງານ ວາລະສານ e-Corner ແລະ ທີມງານຈາກ Laozaa.com.
ງານຈະໄດ້ຈັດຂຶ້ນໃນວັນທີ 25/05/2011 ຕັ້ງແຕ່ເວລາ 8:30 – 16:00 ໂມງ; ທີ່ ຫ້ອງສະໂມສອນໃຫຍ່ ຊັ້ນ2 ມະຫາວິທະຍາໄລແຫ່ງຊາດ ດົງໂດກ. ນອກຈາກຈະໄດ້ຄວາມຮູ້ໃຫມ່ໆແລ້ວ ຍັງຈະມີກິດຈະກຳ ແລະແຈກຂອງລາງວັນຫລາຍຢ່າງ…

ສຳລັບງານນີ້ແມ່ນຟຼີ ແລະບໍ່ວ່າທ່ານຈະແມ່ນໃຜກໍ່ມີສິດເຂົ້າຮ່ວມ, ແລະສຳລັບໃຜທີ່ສົນໃຈເລື່ອງໃນວົງການໄອທີ ແລະ ກ່ຽວກັບຄອມພິວເຕີ, ໂທລະສັບຕ່າງໆ ກໍ່ບໍ່ຄວນພາດງານນີ້.

ລອງອ່ານກ່ຽວກັບ  Samsung ປະຕິເສດເລື່ອງຍອດ ການສົ່ງຄືນເຄືອງ Galaxy Tab

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.