ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະກາດປ່ຽນເຄດທາງດ້ານລຸ່ມຂອງຕົວເຄື່ອງ MacBook ໃຫ້ຟຼີ

ຂ່າວດ່ວນ, ຂ່າວໄອທີ

ລ່າສຸດ MacBook ກໍ່ເກີດປັນຫາກັບເຄດທາງດ້ານລຸ່ມຂອງໂຕເຄື່ອງ ໂດຍ Apple ບອກວ່າອາດຈະມາຈາກປັນຫາຂອງກາວທີ່ຕິດ ເຮັດໃຫ້ມັນມີການແຍກອອກມາຈາກໂຕເຄື່ອງ. MacBook ທີ່ເຈີປັນຫານີ້ຈະເປັນ MacBook ລັອດທີ່ວາງຂາຍ ແລະ ຖືກຊື້ໃນຊ່ວງເດືອນ ຕຸລາ 2009 ເຖິງ ເມສາ 2011.

ໃນປັນຫານີ້ ທາງ Apple ກໍ່ແກ້ໄຂດ້ວຍການປ່ຽນເຄດທາງດ້ານລຸ່ມຂອງໂຕເຄື່ອງໃຫ້ຟຼີ ເຖິງວ່າປະກັນຈະຫມົດແລ້ວກໍ່ຕາມ ຂໍພຽງເປັນເຄື່ອງທີ່ຢູ່ໃນລະຫວ່າງເວລາທີ່ກຳນົດອອກມາ ກໍ່ສາມາດຂໍປ່ຽນໄດ້ຟຼີ ໂດຍມີສາມຕົວເລືອກໃນການຂໍປ່ຽນຄື: ນຳ MacBook ຂອງທ່ານໄປທີ່ຮ້ານຄ້າ Apple, ນຳ Macbook ຂອງທ່ານໄປຮ້ານຄ້າຕົວແທນຈຳຫນ່າຍ, ແລະການສັ່ງເອົາອຸປະກອນຕ່າງໆມາເຮັດເອງ. ສຳລັບລາຍລະອຽດແມ່ນ ເຂົ້າໄປເບິ່ງໄດ້ທີ່ http://www.apple.com/support/macbook-bottomcase

ຢ່າງໃດກໍ່ຕາມ ສຳລັບອ້າຍນ້ອງທີ່ໃຊ້ MacBook ໃນປະເທດລາວ ກໍ່ອາດຈະສາມາດຕິດຕໍ່ໄປຍັງຮ້ານຄ້າທີ່ທ່ານຊື້ມາ ຫລື ບໍ່ກໍ່ເຂົ້າໄປສັ່ງສິ້ນສ່ວນ ແລະ ອຸປະກອນຈາກເວັບໄຊຕ໌ຂອງ Apple ໄດ້ຟຼີ ແຕ່ກໍ່ຕ້ອງມີການໃສ່ຂໍ້ມູນຂອງ MacBook ຂອງທ່ານເພຶ່ອຍືນຍັນວ່າເປັນເຄື່ອງທີ່ມີປັນຫາແທ້ບໍ່.

ທີ່ມາ – Apple

ລອງອ່ານກ່ຽວກັບ  Google ເພີ່ມໄລຍະເວລາໂທຟຼີໃນ Gmail ສຳລັບ ອາເມລິກາ ແລະ ການາດາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.