ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື ພົບສິ້ນສ່ວນຂອງ iPod nano ລຸ້ນຕໍ່ໄປ ຈະມີກ້ອງເພີ່ມເຂົ້າມາ

ຂ່າວໄອທີ

ຫລັງຈາກທີ່ Apple ໄດ້ອອກ iPod nano ລຸ້ນທີ 6 ໄປເກືອບເປັນເວລາຫນຶ່ງປີແລ້ວ ເຊິ່ງລຸ້ນທີ 6ນັ້ນຖືຫຍໍ້ຂະຫນາດລົງ ເປັນຫນ້າຈໍສຳພັດ ມີ UI ຄ້າຍຄືກັບ iOS ແຕ່ທີ່ເຮັດໃຫ້ແຟນໆຜິດຫວັງກໍ່ຄື Apple ໄດ້ຕັດຄວາມສາມາດ ການຖ່າຍວິດີໂອ ແລະ ຫລິ້ນວິດີໂອອອກໄປ. ເຊິ່ງກ່ອນຫນ້ານີ້ Apple ໄດ້ໃສ່ກ້ອງຖ່າຍວິດີໂອລົງໄປໃນ iPod nano ລຸ້ນທີ 5 ແລະກໍ່ໄດ້ຜົນຕອບຮັບທີ່ດີພໍສົມຄວນ. ຢ່າງໃດກໍ່ຕາມຈົນມາຮອດປະຈຸບັນກໍ່ຍັງບໍ່ເຫັນ Apple ອອກມາໂມ້ ຫລື ສະແດງສັກກະຍາພາບຂອງຍອດຂາຍ iPod nano ແລະ iPod Shuffle ລຸ້ນລ່າສຸດແຕ່ຢ່າງໃດ(ສົງໃສຂາຍບໍ່ຄ່ອຍດີ).

ແຕ່ລ່າສຸດມີຮູບສິ້ນສ່ວນຂອງ iPod nano ລຸດອອກມາ ເຊິ່ງຄາດວ່າມັນເປັນສິ້ນສ່ວນຂອງ iPod nano ລຸ້ນຕໍ່ໄປ. ເຊິ່ງມີຂະຫນາດເທົ່າກັບລຸ້ນປະຈຸບັນ ແຕ່ຈະມີຮູສຳລັບກ້ອງ, ເຊິ່ງນັ້ນຫມາຍຄວາມວ່າ Apple ຈະກັບມາເພີ່ມກ້ອງສຳລັບບັນທຶກວິດີໂອ ລົງໄປໃນ iPod nano ລຸ້ນຕໍ່ໄປຢ່າງແນ່ນອນ, ແລະຫາກເປັນເຊັ່ນນັ້ນ iPod nano ລຸ້ນຕໍ່ໄປກໍ່ຈະສາມາດບັນທຶກ-ຫລິ້ນ ວິດີໂອໄດ້ ແລະ ອາດຈະໄດ້ຮັບການຕອບຮັບທີຂຶ້ນກໍ່ໄດ້ ເພາະມັນອາດຈະກາຍເປັນ ກ້ອງພົກພາຂະຫນາດນ້ອຍ, ເຊິ່ງທີ່ເຫັນອອກມາຫລາຍໂຕໃນປະຈຸບັນ.

ແຕ່ສຳລັບຜູ້ຂຽນເອງກໍ່ຄິດວ່າຫາກເປັນແນວນັ້ນ ມັນກໍ່ຫນ້າສົນໃຈເຊັ່ນກັນ, ເພາະອາດຈະໃຊ້ເປັນກ້ອງວິດີໂອຂະຫນາດນ້ອຍ ເອົາໄວ້ຕິດໂຕເວລາໄປເຈີສິ່ງທີ່ບໍ່ຄາດຄິດຈະໄດ້ບັນທຶກເຫດການໄດ້ 😀

ທີ່ມາ – 9 to 5 Mac

ລອງອ່ານກ່ຽວກັບ  Facebook ອອກ Native App ສຳລັບອຸປະກອນ Android ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.