ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[ບໍ່ຕ້ອງຖ້າອີກຕໍ່ໄປ] iPhone 4 ສີຂາວ ເລີ່ມວາງຂາຍຢ່າງເປັນທາງການແລ້ວ

ຂ່າວໄອທີ, ໂທລະສັບ

ບໍ່ເປັນພຽງຂ່າວລື ຫລື ຂ່າວລຸດອອກມາແຕ່ຢ່າງໃດ ເພາະນີ້ຂອງແທ້ເພິ່ນມາຍືນຍັນແລ້ວ, ໂດຍລ່າສຸດ Apple ອອກໂພສຮູບ iPhone 4 ສີຂາວຢູ່ເທິງຫນ້າເວັບ ແລ້ວກໍ່ບອກວ່າ Available Tomorrow ເຊິ່ງຈະເລີ່ມວາງຂາຍພ້ອມກັນທົ່ວໂລກ ແລະ ທັງສອງລຸ້ນຄື CDMA ແລະ GSM. ເອົາເປັນວ່າຫາກໃຜທີ່ຖ້າຊື້ iPhone 4 ສີຂາວຢູ່ກໍ່ຕຽມເງິນ ຕຽມຈົກກະເປົາໄວ້ເລີຍ, ເພາະມັນມາແລ້ວ. ແຕ່ສຳລັບໃຜທີ່ຖ້າ iPhone 5 ຢູ່ກໍ່ອົດທົນຕໍ່ໄປ ເຊິ່ງອາດຈະໄດ້ເຫັນກັນໃນປາຍປີພຸ້ນແລະ ເພາະ iPhone 4 ສີຂາວຫາກໍ່ອອກມາ ແລະ ແນ່ນອນ Apple ບໍ່ອັບ iPhone 5 ມາທັບຕະຫລາດ iphone 4 ຢ່າງແນ່ນອນ ເປັນຕົ້ນແມ່ນນ້ອງໃຫມ່ຢ່າງ iPhone 4 ສີຂາວ.

ສຳລັບ iPhone 4 ສີຂາວຈະມີຫຍັງປ່ຽນແປງ ຫລື ມີຫຍັງແຕກຕ່າງຈາກລຸ້ນສີດຳ ຫລື ຂ່າວອອກມາແນວໃດກໍ່ຈະນຳມາອັບເດດໃຫ້ຮັບຮູ້ກັນ.

update: ປະຈຸບັນເລີ່ມຂາຍແລ້ວໃນລາຄາດຽວກັບລຸ້ນສີດຳ.

ທີ່ມາ – Apple

ລອງອ່ານກ່ຽວກັບ  ລາຍລະອຽດໂດຍລວມຂອງຂອງສະເປັກ ແລະ ຄຸນສົມບັດຂອງ iPhone 5

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.