ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[ຜູ້ໃຊ້ຍ້າຍ Video ດ່ວນ] Google ກຳລັງຈະປິດບໍລິການ Google Video ແລ້ວ

ຂ່າວດ່ວນ, ຂ່າວໄອທີ

ຫລັງຈາກທີ່ Google ເປີດບໍລິການ Google Video ອອກມາເພຶ່ອແຂ່ງກັບ Youtube ແລ້ວກໍ່ບໍ່ໄດ້ຮັບການຕອບຮັບທີ່ດີປານໃດ. ຫລັງຈາກນັ້ນກໍ່ຊື້ Youtube ເວັບແບງປັນຄິບວິດີໂອໃຫຍ່ອັນດັບຫນຶ່ງຂອງໂລກ ມາເປັນຂອງໂຕເອງ. ຕໍ່ຈາກນັ້ນມາ Google ກໍ່ບໍ່ໄດ້ລະຖິ້ມບໍລິການຂອງໂຕເອງຢ່າງ Google Video ເຊິ່ງກໍ່ໄດ້ເປີດບໍລິການຄວບຄູ່ກັນມາ ຈົນປະຈຸບັນ Google ອອກມາກະກາດແລ້ວວ່າ ກຳລັງຈະປິດບໍລິການ Google Video ຂອງຕົນເອງລົງ, ເພາະຕົນເອງກໍ່ມີ Youtube ທີ່ໃຫ້ບໍລິການດຽວກັນຢູ່ແລ້ວ ແລະກໍ່ຍັງເປັນທີ່ນິຍົມສູງກວ່າ ສະນັ້ນກໍ່ບໍ່ຮູ້ວ່າຈະມີ Google Video ຕໍ່ໄປເຮັດຫຍັງ.

ທາງ Google ໄດ້ບອກວ່າ ໃນວັນທີ 13 ພຶດສະພາ 2011 ເປັນຕົ້ນໄປ ວິດີໂອໃນ Google Video ຈະບໍ່ສາມາດຫລິ້ນໄດ້ອີກຕໍ່ໄປ ຫາກຜູ້ໃຊ້ທ່ານໃດທີ່ມີວິດີໂອໃນ Google Video ນັ້ນໃຫ້ໄປຈັດການຍ້າຍ ຫລື ດາວໂຫລດມາເກັບໄວ້ໄດ້, ເພາະປະຈຸບັນທາງ Google ໄດ້ເຮັດລິ້ງໃຫ້ຜູ້ໃຊ້ດາວໂຫລດຄິບວິດີໂອຂອງຕົນເອງ ເພຶ່ອຈະສາມາດໃຫ້ຜູ້ໃຊ້ດາວໂຫລດວິດີໂອຕ່າງໆຂອງຕົນ ທີ່ຕ້ອງການມາເກັບໄວ້, ແລະນອກນັ້ນ ກໍ່ຍັງໄດ້ເພີ່ມລິ້ງສຳລັບການຍ້າຍ ຫລື ໂອນຄິບວິດີໂອໃນ Google Video ໄປຍັງ Youtube ໄດ້ພາຍໃນຄິກດຽວ ເຊິ່ງສາມາດເຂົ້າໄປເຮັດໄດ້ທີ່ຫນ້າ Video Status. ສຳລັບການດາວໂຫລດ ແລະ ການຍ້າຍວິດີໂອໄປຍັງ Youtube ນີ້ ຈະສາມາດເຮັດໄດ້ຈົນຮອດວັນທີ 27ເມສາ ນີ້ເທົ່ານັ້ນ.

ທີ່ມາ – Google Video

ລອງອ່ານກ່ຽວກັບ  [Google I/O] Google ປະກາດສະຖິຕິຂອງ Android ແລະ Android 3.1

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.