ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວາງຂາຍແລ້ວ Blackberry PlayBook ພ້ອມຍອດຂາຍມື້ທຳອິດ 5ຫມື່ນເຄື່ອງ

ຂ່າວໄອທີ, ແທັບເລັດ

ລ່າສຸດທາງ RIM ໄດ້ເລີມວາງຈຳຫນ່າຍແທັບເລັດເຄື່ອງທຳອິດຂອງທາງບໍລິສັດ ຫລື Blackberry PlayBook ແລ້ວຕັ້ງແຕ່ວັນທີ່ 19 ເມສາ ເປັນຕົ້ນມາ. ໂດຍໃນປະຈຸບັນລຸ້ນທີ່ວາງຂາຍຈະມີພຽງແຕ່ລຸ້ນWIFI ເທົ່ານັ້ນ ແລະຍັງວາງຂາຍໃນອາເມລິກາ ແລະແຄນາດາ (ໃນຫ້າງ BestBuy) ເທົ່ານັ້ນ, ເຊິ່ງແຕ່ລະລຸ້ນມີລາຄາດັ່ງລຸ່ມນີ້:

  • 16GB Wi-Fi, $499
  • 32GB Wi-Fi, $599
  • 64GB Wi-Fi, $699

ຢ່າງໃດກໍ່ຕາມ ຫລັງຈາກການວາງຂາຍກໍ່ມີການອອກມາລີວິວທາງດ້ານດີ ແລະ ບໍ່ດີ ປະປົນກັນໄປ, ແຕ່ປັນຫາທີ່ເຈີກໍ່ຄື Blackberry PlayBook ບໍ່ສາມາດໃຊ້ງານ App ຫລັກໆເຊັ່ນ: email, calendaring ແລະ contacts ໄດ້ເທຶ່ອ ເນື່ອງຈາກ PlayBook ຕ້ອງຈຳເປັນຕ້ອງໄດ້ເຊື່ອມຕໍ່ກັບ ໂທລະສັບມືຖື Blackberry ໂດຍຜ່ານ BlackBerry Bridge. ເຊິ່ງປະຈຸບັນແມ່ນເກີດປັນຢູ່ທີ່ວ່າທາງຜູ້ໃຫ້ບໍລິການໂທລະສັບມືຖື AT&T ໃນອາເມລິກາ ບໍ່ປ່ອຍໃຫ້ທາງມືຖື Blackberry ໃຫ້ສາມາດຕິດຕັ້ງ Blackberry Bridge ໄດ້ ເພາະອາດຈະເນື່ອງມາຈາກ ທາງ AT&T ເຫັນວ່າຈະເປັນການ Tethering ຫລື ເວົ້າງ່າຍໆກໍ່ຄືການແຊອິນເຕີເນັດ ຫລືບໍລິການຈາກ ໂທລະສັບ BlackBerry ໄປຍັງອຸປະກອນອື່ນເປັນຕົ້ນແມ່ນ PlayBook, ປັນຫານີ້ເກີດຂຶ້ນກັບຜູ້ໃຫ້ບໍລິການລາຍດຽວຄື AT&T ເທົ່ານັ້ນ, ແລະຄາດວ່າຈະມີການແກ້ໄຂປັນຫາດ້ວຍການອອກຊຸດອັບເດດໃນໄຕມາດທີ 4ນີ້.

ນອກຈາກນັ້ນ, Blackberry PlayBook ຍັງໄດ້ຮັບການຕອບຮັບທີ່ດີເກີນຄາດຂອງທາງບໍລິສັດ ເຖິງຈະເປັນໂຕເລກທີ່ບໍ່ສູງກໍ່ຕາມ, ເຊິ່ງ Blackberry PlayBook ເຮັດຍອດຂາຍລວມປະມານ 50,000ເຄື່ອງ ໃນມື້ດຽວ ແລະ ມື້ທຳອິດ, ເຊິ່ງໃນນັ້ນລວມຍອດຈາກການຂາຍໃນຮ້ານຄ້າຈຳນວນ 20,000 ເຄື່ອງ ແລະ ຍອດການສັ່ງຈອງ 25,000 ເຄື່ອງ. ແຕ່ຫາກປຽບທຽບ Blackberry PlayBook ກັບຕະຫລາດແທັບເລັດໂຕອື່ນໆທີ່ບໍ່ແມ່ນ iPad ແລ້ວ ກໍ່ຖືວ່າເປັນຜົນຕອບຮັບທີ່ດີພໍສົມຄວນ, ແລະຜູ້ຂຽນເອງກໍ່ຄິດວ່າ Blackberry PlayBook ອາດຈະເປັນແທັບເລັດທາງເລືອກຫນຶ່ງຂອງຕະຫລາດແທັບເລັດ, ແຕ່ເບິງໄປແລ້ວ Blackberry PlayBook ຈະໄດ້ປຽບແທັບເລັດຂອງ Android ຫລາຍເພາະຈຸດປະສົງເປັນຄົນລະແບບກັນ.

ທີ່ມາ – Readwriteweb

ລອງອ່ານກ່ຽວກັບ  Blackberry PlayBook ຂໍເຄາະລາຄາ ພ້ອມເປີດຈອງ ຕຽມສູ້ກັບ iPad 2

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.