ເລື່ອງລາວຂອງ TECH, STARTUP, ແລະ DIGITAL

LookTel iPhone App ສຳລັບບອກວ່າເງິນນັ້ນ ເປັນເງິນໃບຫຍັງ

ຂ່າວໄອທີ

ລ່າສຸດມີຜູ້ພັດທະນາ App ລົງໄປໃນ App Store ເຊິ່ງຊື່ວ່າ LookTel ເປັນ App ສຳລັບບອກວ່າໃບເງິນໃບດັ່ງກ່າວເປັນເງິນໃບຫຍັງ ເຊິ່ງຕອນນີ້ຍັງຮອງຮັບພຽງການອ່ານໃບເງິນທີ່ເປັນເງິນໂດ່ລ່າເທົ່ານັ້ນ. ເຊິ່ງຈຳນວນເງິນທີ່ຮອງຮັບກໍ່ເລີ່ມຕັ້ງແຕ່ໃບ $1, $5, $10, $20, $50 ແລະ $100. ການໃຊ້ງານກໍ່ງ່າຍ ແລະ ວ່ອງໄວ ພຽງແຕ່ເປີດ App ຂຶ້ນມາແລ້ວກໍ່ໄປສະແກນເງິນດັ່ງກ່າວ ເທົ່ານັ້ນກໍ່ຈະຮູ້ທັນທີວ່າເງິນໃບດັ່ງກ່າວ ແມ່ນຈຳນວນເທົ່າໃດ.

ສຳລັບ LookTel ນີ້ຖືວ່າເປັນ ໄອເດຍ ແລະ ຄວາມຄິດທີ່ສ້າງສັນຫລາຍ ແລະເຫມາະສົມກັບຄົນຕາບອດ ຫລື ຕາບໍ່ດີໄດ້ສາມາດໃຊ້ App ດັ່ງກ່າວ ເພຶ່ອບອກວ່າເງິນໃບດັ່ງກ່າວມີມູນຄ່າເທົ່າໃດ. ຫາກໃຜຢາກທົດສອບ ຫລື ທົດລອງໃຊ້ກໍ່ສາມາດເຂົ້າໄປຊື້ໄດ້ທີ່ App Store ໃນລາຄາ $1.99. ແຕ່ເບິງໄປເບິງມາແລ້ວ ມັນກໍ່ຄືກັບ ໄອເດຍທີ່ໄຮ້ປະໂຫຍດ ເພາະຄົນຕາບາດກໍ່ຈະບໍ່ສາມາດໃຊ້ iPhone ໄດ້ ເຊັ່ນກັນ 😀

ດາວໂຫລດ – http://itunes.apple.com/us/app/looktel-money-reader/id417476558

ລອງອ່ານກ່ຽວກັບ  App ໃນ App Store ຖືກດາວໂຫລດ ຄົບ ຫນຶ່ງຫມື່ນລ້ານ ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.