ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS Game: ແຈກຟຼີເກມແຊບໆ Fruit Ninja Lite ສຳລັບຜູ້ໃຊ້ iOS

FREE WARE, iOS Apps

ຟັງຫົວຂໍ້ແລ້ວອາດຈະເຮັດໃຫ້ຫລາຍຄົນງົງ ສຳລັບ ເກມແຊບໆ, ກໍ່ຄວາມຈິງແລ້ວມັນກະແຊບອີຫລີ ເພາະເກມນີ້ຄື Fruit Ninja. ເກມທີ່ຈະມາໃຊ້ພະລັງນິນຈາ ໃນມືຂອງທ່ານເພຶ່ອຟັນຫມາກໄມ້ຕ່າງໆ ທີ່ຂຶ້ນມາເທິງຫນ້າຈໍ iPhone, iPod touch ແລະ iPad ຂອງທ່ານ.

Fruit Ninja ເປັນເກມທີ່ຕິດອັນດັບ ແລະ ກໍ່ໄດ້ຮັບຄວາມນິຍົມສູງ ບໍ່ແພ້ Angry Birds.ເກມດັ່ງກ່າວແມ່ນມີວິທີການຫລິ້ນງ່າຍໆ ພຽງແຕ່ທ່ານເອົານິ້ວມືຂອງທ່ານ ບໍ່ວ່າຈະຫນຶ່ງນິ້ວ ຫລື ຫລາຍນິ້ວກໍ່ຕາມແຕ່ ລູບໄປເທິງຫນ້າຈໍ iPhone, iPod touch ແລະ iPad ແລ້ວລາກ ເພຶ່ອຟັນຫມາກໄມ່ໃຫ້ຂາດອອກຈາກກັນ ເທົ່ານັ້ນທ່ານກໍ່ຈະໄດ້ຄະແນນ ແລະ ຫ້າມບໍ່ໃຫ້ພາດການຟັນ ຫລື ປ່ອຍໃຫ້ລຸດມືໄປ ເພາະຫາກພາດເຖິງສາມຄັ້ງ ຫລື ຈຳນວນທີ່ຈຳກັດອອກມາ Game Over ທັນທີ. ນອກນັ້ນ ຫາກມີຫນ້ວຍລະເບີດຂຶ້ນມາກໍ່ພຽງປ່ອຍມັນໄປ ແລະ ຫ້າມໄປຟັນມັນຢ່າງເດັດຂາດ ເພາະຫາກຟັນມັນມື້ໃດ ກໍ່ຄື Game Over ທັນທີເຊັ່ນກັນ.

Fruit Ninja ທີ່ນຳມາແຈກໃນບົດຄວາມນີ້ ເປັນເວີຊັ່ນຟຼີ ເຊິ່ງອາດຈະບໍ່ມີຫລາຍລະດັບການຫລິ້ນເທົ່າກັບເວີຊັ່ນທີ່ຊື້່ເອົາ ຫລື ເວີຊັ່ນເຕັມນັ້ນເອງ ແຕ່ສຳລັບ ເວີຊັ່ນນີ້ກໍ່ ສາມາດຮອງຮັບ Game Center ເຊັ່ນດຽວກັບເວີຊັ່ນທີ່ເສຍເງິນ. ຈັງໃດກໍ່ລອງເອົາໄປທົດລອງຫລິ້ນລອງເບິງ ຫາກມັກ ຫລື ຕິດໃຈກໍ່ຈັງຄ່ອຍຊື້ໄປຫລິ້ນ ລາຄາຂອງເກມນີ້ຢູ່ທີ່ $0.99 ເທົ່ານັ້ນ.

ຄວາມຕ້ອງການຂອງ ລະບົບປະຕິບັດການ:

  • iPhone, iPod touch ແລະ iPad ລະບົບປະຕິບັດການ iOS 3.0 ຂຶ້ນໄປ

ດາວໂຫລດ:

http://itunes.apple.com/us/app/fruit-ninja-lite/id403858572

 

ລອງອ່ານກ່ຽວກັບ  Amazon Cloud Player ຮອງຮັບອຸປະກອນ iOS ແລ້ວ (ແນວໃດເຂົ້າມາເບິ່ງ)

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.