ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS Game: ແຈກ Angry Birds (Free verison) ທຸກເວີຊັ່ນ

FREE WARE, iOS Apps

ຫລາຍຄົນທີ່ໃຊ້ iPhone, iPod touch ແລະ iPad ກໍ່ອາດຈະໄດ້ຫລິ້ນ ຫລື ບາງຄົນກໍ່ຢາກຫລິ້ນແຕ່ບໍ່ຢາກເສຍເງິນ ໃນການຊື້ເກມຢ່າງ Angry Birds (ເວົ້າງ່າຍໆກໍ່ຂີ້ຫນຽວວ່າສັນ). ມື້ນີ້ເລີຍລວມເອົາເວີຊັ່ນຟຼີທີ່ທາງ Rovio ໄດ້ແຈກໃຫ້ຜູ້ໃຊ້ທີ່ຕ້ອງການຫລິ້ນເວີຊັ່ນຟຼີ,​ ສຳລັບເວີຊັ່ນທີ່ຈະເອົາມາແຈກເທຶ່ອນີ້ ກໍ່ມີທັງຫມົດ ສາມເວີຊັ່ນດັ່ງນີ້: Angry Birds Seasons, Angry Birds Free ແລະ Angry Bird Lite. ແຕ່ລະລຸ້ນມີລາຍລະອຽດດັ່ງລຸ່ມນີ້໊:


Angry Birds Seasons: ຈະມີທັງຫມົດ 9 ດ່ານ ແລ້ວແບ່ງອອກເປັນ ສາມຕອນຍ່ອຍ ແຕ່ລະຕອນຈະເປັນຕອນຍ່ອຍ ຂອງແຕ່ລະລະດູການ ຂອງ Angry Birds. ນອກນັ້ນ, ຍັງຮອງຮັບ Game Center ໄດ້ອີກດ້່ວຍ. ທີ່ສຳຄັນ iPhone, iPod touch ແລະ iPad ຕ້ອງເປັນລະບົບປະຕິບັດການ iOS 4.0 ຂຶ້ນໄປ.

ສາມາດເຂົ້າໄປດາວໂຫລດໄດ້ທີ່: http://itunes.apple.com/us/app/angry-birds-seasons-free/id406641429

 


Angry Birds Free: ຈະມີທັງຫມົດ 15ດ່ານ ແລະ ແບງອອກເປັນ 5ຕອນ, ເຊິ່ງແຕ່ລະດ່ານໃນເວີຊັ່ນນີ້ຈະບໍ່ມີໃນເວີຊັນໃດມາກ່ອນ ບໍ່ວ່າຈະເປັນລຸ້ນເສຍເງິນກໍ່ຕາມ ແລະຮອງຮັບ Game Center ເຊັ່ນກັນ ແລະ iPhone, iPod touch, iPad ຕ້ອງໃຊ້ລະບົບປະຕິບັດການ iOS 4.0 ຂຶ້ນໄປ.

ສາມາດເຂົ້າໄປດາວໂຫລດໄດ້ທີ່: http://itunes.apple.com/us/app/angry-birds-free/id409807569



Angry Bird Lite:
ເປັນລຸ້ນຟຼີທີ່ຕັດເອົາ 12ດ່ານ ໃນ Angry Birds ເວີຊັ່ນເຕັມມາໃຫ້ທົດລອງຫລິ້ນກັນຟຼີ ແລະ ເຊັ່ນເຄີຍຄື: ຮອງຮັບ Game Center. ແລະ ລະບົບປະຕິບັດການກໍ່ໄດ້ຕັ້ງແຕ່ iOS 3.0 ຂຶ້ນໄປ.

ສາມາດເຂົ້າໄປດາວໂຫລດໄດ້ທີ່: http://itunes.apple.com/us/app/angry-birds-lite/id354139923

ລອງອ່ານກ່ຽວກັບ  Google Voice ສຳຫລັບ iPad ແລະ iPod ມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.