ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Steve Jobs ເຂົ້າຮັບການຮັບການເຄມີບຳບັດ ສູນໂລກມະເຮັງ Stanford

ຂ່າວດ່ວນ

ຫລັງຈາກທີ່ Steve Jobs ໄດ້ລາພັກ ເພຶ່ອການຮັກສາສຸຂະພາບ ລ່າສຸດກໍ່ມີຂ່າວອອກມາວ່າ Steve Jobs ໄດ້ເຂົ້າໃຫ້ການເຄມີບຳບັດ (Chemotherapy) ທີ່ ສູນໂລກມະເຮັງ Stanford ເຊິ່ງ Steve Jobs ໄດ້ເຂົ້າຮັບການເຄມີບຳບັດ ເປັນຈຳນວນ 55ຄັ້ງແລ້ວ ເຊິ່ງຄັ້ງທີ່ 56ແມ່ນຈະເປັນວັນທີ່ 24ກຸມພານີ້ ໂດຍປະກາດຕັ້ງແຕ່ວັນທີ່ 17ມັງກອນທີ່ຜ່ານມາ.  ເຊິ່ງໂລກທີ່ມະເຮັງທີ່ Steve Jobs ປະສົບປັນຫາ ແລະໃຫ້ການຮັກສາຢູ່ນີ້ແມ່ນ ໂລກມະເຮັງຕັງອອນ (Pancreatic Cancer).

ຢ່າງໃດກໍ່ຕາມກໍ່ຂໍໃຫ້ Steve Jobs ດີຂຶ້ນໄວໆ ເພຶ່ອມາເພີ່ມສີສັນໃນສົງຄາມອຸປະກອນ ແກັດເຈັດ ແລະຄອມພິວເຕີ ໃຫ້ກັບຜູ້ໃຊ້ ແລະຜູ້ຕິດຕາມຂ່າວສານຕ່າງໆ ໃນໂລກເທັກໂນໂລຢີ ເພາະ Steve Jobs ເປັນຜູ້ທີ່ນຳສະເຫນີຜະລິດຕະພັນທີ່ດຶງດູດໃຈ ແລະຫນ້າຕິດຕາມຫລາຍທີ່ສຸດ ເທົ່ທີ່ຜູ້ຂຽນໄດ້ເບິງມາ.

ທີ່ມາ – Radaronline

ລອງອ່ານກ່ຽວກັບ  HTC Flyer ໄດ້ຮັບການອັບເກຼດເປັນ Android 3.2 Honeycomb ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.