ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື MacBook Pro ລຸ້ນອັບເກດໃຫມ່ ກຳລັງສິມາ ອາທິດຫນ້າ

ຂ່າວໄອທີ

ລາຍງານຂ່າວລ່າສຸດ MacRumors ບອກວ່າ Apple ກຳລັງສິວາງຂາຍ MacBook pro ລຸ້ນໃຫມ່ ຫລື ລຸ້ນອັບເກດ ໃນອາທິດຫນ້ານີ້. ເນື່ອງຈາກແຫລ່ງຂ່າວອ້າງວ່າ Apple ໄດ້ມີການອັບເກດ MacBook Pro ຄັ້ງລ່າສຸດແມ່ນຫນຶ່ງປີທີ່ຜ່ານມາ ແລ້ວ ປະຈຸບັນມັນກໍ່ເກີນກຳນົດທີ່ Apple ຈະຕ້ອງອັບເກດ MacBook  Pro ເຊິ່ງຄາດວ່າຈະມາກັບ Intel Sandy Bridge, ເຊິ່ງຫາກຈະມາກັບ Sandy Bridge ແທ້ ນີ້ອາດຈະເປັນເປັນຫາທີ່ເຮັດໃຫ້ການອັບເກດຂອງ MacBook Pro ຫລ້າຊ້າ.

ຢ່າງໃດກໍ່ຕາມທາງ MacRumors ຍັງອ້າງອີງຈາກແຫລ່ງຂ່າວທີ່ເຊຶ່ອຖືໄດ້ວ່າ ເຄື່ອງ MacBook Pro ທີ່ວາງຂາຍໃນຫລາຍໆປະເທດກໍ່ເລີ່ມຈະຂາດຕະຫລາດໄປແລ້ວ ແລະ ນອກຈາກນັ້ນ MacBook Pro ລຸ້ນໃຫມ່ນີ້ຈະມີຫມາຍເລກເຄື່ອງເປັນ MC720, MC721, MC723, MC724, ແລະ MC725. ຫາກໃຜກຳລັງວາງແຜນທີ່ຈະຊື້ MacBook Pro ຊ່ວງນີ້ ກໍ່ຂໍແນະນຳໃຫ້ລໍໆໄປກ່ອນ ເພາະຫາກຊື້ໄປແລ້ວສິຄິດເສຍໃຈຕາມຫລັງ.

ທີ່ມາ – MacRumors

ລອງອ່ານກ່ຽວກັບ  Apple ອັບເກຼດ MacBook Air ໃຫມ່, ໃຊ້ Cpu Core i ພ້ອມ ຄີບອດແບບໃຫມ່

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.