ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ພົບສິ້ນສ່ວນກອບຈໍຂອງ iPad 2 ເຊິ່ງບອກໃຫ້ຮູ້ວ່າ ຈະມີລຸ້ນທີ່ເປັນສີຂາວ

ຂ່າວດ່ວນ, ຂ່າວໄອທີ

ລ່າສຸດເວັບໄຊຕ໌ 9to5Mac ໄດ້ໂພສຮູບສິ້ນສ່ວນຂອງ ກອບຈໍ iPad ລຸ້ນຕໍ່ໄປ ເຊິ່ງເຮັດໃຫ້ຮູ້ວ່າ iPad ລຸ້ນຕໍ່ໄປນັ້ນຈະມາກັບລຸ້ນສີຂາວ ເຊິ່ງອາດຈະເປັນອີກລຸ້ນຫນຶ່ງ ຫລື ອາດຈະເປັນລຸ້ນດຽວ ໃນ iPad 2 ຫລື iPad ລຸ້ນຕໍ່ໄປ, ນອກຈາກນັ້ນຍັງມີຮູສຳລັບກ້ອງດ້ານຫນ້າອີກດ້ວຍ. ສາມາດເບິງຮູບດ້ານລຸ່ມນີ່ໄດ້. ຢ່າງໃດກໍ່ຕາມກໍ່ຕ້ອງຖ້າເບິງໃນງານເປີດໂຕ ວັນທີ່ 2ມີນານີ້ກໍ່ແລ້ວກັນ ວ່າຈະມີ iPad ລຸ້ນສີຂາວຫລືບໍ່ ຫາກເປັນຄວາມຈິງ ກໍ່ນຶກພາບບໍ່ອອກເລີຍຫາກ iPad ມີຂອບຈໍເປັນສີຂາວ 🙂

ທີ່ມາ – 9to5Mac

ລອງອ່ານກ່ຽວກັບ  Apple ກຳລັງປັນໃຈຈາກ Intel ໄປ AMD

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.