ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HTC ເປີດໂຕໂທລະສັບມືຖື 5ລຸ້ນ ມາພ້ອມ HTC Sense ໃນງານ MWC

ຂ່າວໄອທີ, ໂທລະສັບ

ຫລັງຈາກທີ່ໄດ້ຂຽນຂ່າວ ແທັບເລັດຂອງ HTC ໄປແລ້ວ,​ ມາຕໍ່ກັນທີ່ເລື່ອງໂທລະສັບມືຖື ເຊິ່ງລ່າສຸດໃນງານ Mobile World Congress 2011 ທາງ HTC ໄດ້ເປີດໂຕໂທລະສັບມືຖື 5ລຸ້ນດ້ວຍກັນ ເຊິ່ງມີ Social Phone ສອງລຸ້ນຄື ChaCha ແລະ Salsa ແລະກໍ່ ສະຫມາດໂຟນ ສາມລຸ້ນຄື: Wildfire S, Desire S ແລະ Incredible S ເຊິ່ງແຕ່ລະລຸ້ນຈະມາກັບ Android 2.3 ແລະໃຊ້ຫນ້າຕາ HTC Sense.

Social Phone

ເປັນໂທລະສັບມືຖືທີ່ເນັ້ນການໃຊ້ງານ ແລະ ຜູ້ໃຊ້ທີ່ມັກຫລິ້ນ ສື່ສັງຄົມອອນໄລນ໌ ເປັນຕົ້ນແມ່ນ Facebook. ເຊິ່ງທັງສອງລຸ້ນທີ່ຈະເວົ້າເຖິງນີ້ ຈະມີປຸ່ມເຂົ້າ Facebook ໂດຍສະເພາະ ເຊິ່ງກໍ່ເຮັດໃຫ້ຫລາຍຄົນສົງໃສວ່າມັນເປັນ Facebook Phone ຕາມທີ່ເປັນຂ່າວກັນອອກມາຊ່ວງກ່ອນຫນ້ານີ້ ແລະຈະເລີ່ມວາງຂາຍໃນໄຕມາດທີສອງຂອງປີນີ້. ແຕ່ກະອົດຄິດບໍ່ໄດ້ວ່າ ຫາກ Facebook ບໍ່ມີອ່ຽວນຳ ເປັນຫຍັງຈຶ່ງຕ້ອງມີປຸ່ມ Facebook ໃຫ້ໂດຍສະເພາະ. ຢ່າງໃດກໍ່ຕາມມາເບິງສະເປັກ Social Phone ສອງເຄື່ອງນີ້ກັນວ່າຈະເປັນແນວໃດ.

ChaCha: ມີຫນ້າຈໍຂະຫນາດ 2.6ນິ້ວ 480×320 ມາພ້ອມກັບ Qwerty Keyboard, ມີກ້ອງຫລັງ 5ລ້ານພິກເຊວ ແລະ ຫນ້າເປັນກ້ອງ VGA ແລະມີປຸ່ມ Facebook ຢູ່ດ້ານລຸ່ມສຸດຂອງໂຕເຄື່ອງ. CPU ທີໃຊ້ແມ່ນ Qualcomm MSM7227 ຂະຫນາດ 600MHz, ມີ RAM ກັບ ROM ຢ່າງລະ 512MB.

Salsa: ມາກັບຫນ້າຈໍຂະຫນາດ 3.4ນິ້ວ 480 x 320 ແຕ່ຈະບໍ່ມີຄີບອດ, ສະເປັກອື່ນໆຈະຄ້າຍຄືກັບ Chacha.

Smart Phone

ສະມາດໂຟນທັງສາມລຸ້ນ ຈາກ HTC ກໍ່ຫນ້າສົນໃຈພໍໆກັນ ສົ່ງໃສ່ຊື່ຄ້າຍໆຄືກັບລຸ້ນກ່ອນຫນ້ານີ້ ມີພຽງແຕ່ຕື່ມ S ໃສ່ທາງຫລັງ ບໍ່ຮູ້ວ່າທາງ Samsung ສິເຄືອງເລື່ອງນີ້ຫລືບໍ່. ແລະກໍ່ຈະເລີ່ມວາງຂາຍໃນຊ່ວງໄຕມາດທີ່ສອງຂອງປີນີ້, ມາເບິງແຕ່ລະໂຕວ່າເປັນແນວໃດກັນແດ່.

Desire S: ເປັນລຸ້ນທີ່ສືບຕໍ່ຈາກ HTC Desire, ຈະມາກັບຫນ້າຈໍຂະຫນາດ 3.7ນິ້ວ ເປັນ WVGA, ໃຊ້ CPU Snapdragon 1GHz, ມີກ້ອງຫນ້າ ແລະ ຫລັງ ສາມາດບັນທຶກວິດີໂອແບບ HD ໄດ້ ສ່ວນໂຕເຄື່ອງເປັນອາລູມິນຽມ ແຜ່ນດຽວ(Aluminum Unibody).

Wildfire S: ເປັນລຸ້ນລາຄາຕ່ຳ ແລະ ຫນ້າຈໍນ້ອຍສຸດ ເພາະຈະມາກັບຫນ້າຈໍຂະຫນາດ 3.2ນິ້ວເທົ່ານັ້ນ ເປັນຈໍ HVGA, ມີກ້ອງ 5ລ້ານພິກ ເປັນ Auto Focus ສ່ວນລະບົບປະຕິບັດການຍັງບໍ່ແນ່ໃຈວ່າຈະເປັນ​ Android 2.3 ຫລື Android 2.4 (ຜູ້ຂຽນຄິດວ່າຫນ້າຈະເປັນ 2.3 ຫລາຍກວ່າ).

Incredible S: ເປັນອ້າຍໃຫຍ່ສຸດ ເພະາມາກັບຫນ້າຈໍ 4ນິ້ວ ເປັນຈໍ WVGA Super LCD, ມີກ້ອງຫນ້າ ແລະ ກ້ອງຫລັງ 8ລ້ານພິກເຊວ ພ້ອມກັບ Flash ສອງໂຕ, ນອກນັ້ນຍັງສາມາບັນທຶກ ແລະ ຫລິ້ນວິດີໂອແບບ HD ໄດ້, ສາມາດແຊຮູບໄປຍັງ ໂທລະທັດ ໂດຍໃຊ້ DLNA® technology, ແລະຍັງຮອງຮັບການໂທແບບເຫັນຫນ້າໄດ້ອີກດ້ວຍ.

ທີ່ມາ: HTC

ລອງອ່ານກ່ຽວກັບ  RIM ມາຖືກທາງ ປະກາດຮອງຮັບ Android App ໃນ Blackberry PlayBook

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.