ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HP ເປິດໂຕແທັບເລັດ TouchPad ພ້ອມລະບົບປະຕິບັດການ webOS 3.0

ຂ່າວໄອທີ, ແທັບເລັດ

ລ່າສຸດທາງ HP ໄດ້ເປີິດໂຕແທັບເລັດ ທີ່ຈະມາພ້ອມກັບລະບົບປະຕິບັດການ webOS 3.0 ຂະຫນາດ 9.7ນິ້ວ ທີ່ຊື່ວ່າ TouchPad. ສຳລັບ TouchPad ນີ້ຈະມາກັບຫນ່ວຍປະມວນຜົນແບບ Snapdragon Dual Core 1.2GHz, ຫນ້າຈໍ 9.7ນິ້ວ ຄວາມລະອຽດຢູ່ທີ່ 1024×768 ພິກເຊວ, ມີກ້ອງຫນ້າ 1.3ລ້ານພິກເຊວ, ມີການເຊື່ອມຕໍ່ໄຮ້ສາຍຜ່ານ Wi-Fi, Bluetooth,3G ຂະຫນາດຄວາມຈຳໃນຕົວເຄື່ອງມີສອງແບບໃຫ້ເລືອກຄື 16GB ແລະ 32GB, ມີສີດຽວໃຫ້ເລືອກຄື ສີດຳ ແລະ ຊື່ລະບົບປະຕິບັດການຂອງ TouchPad ແມ່ນ HP webOS.

ລາຍລະອຽດເບື້ອງຕົ້ນກ່ຽວກັບ TouchPad ກໍ່ຄືຈະມີ Video Call ທີ່ເປັນບໍລິການສະເພາະຈາກທາງ HP ລັກສະນະຄ້າຍຄືກັບ Facetime ຂອງ Apple. ນອກນັ້ນສ່ວນ User interface ກໍ່ລື່ນໄຫລດີ, ແລະຍັງມີຟັງຊັ່ນເອົາໄວ້ແຊລິ້ງ ຫລື URL ກັັບໂທລະສັບມືຖືຢ່າງ Pre ໄດ້ແບບງ່າຍໆໂດຍການນຳເອົາອຸປະການທາງສອງມາ ເຄາະໃສ່ກັນຄ່ອຍໆເທົ່ານັ້ນ. ນອກນັ້ນຍັງມາກັບອຸປະກອນເສີມພາຍນອກຢ່າງເຊັ່ນ: Touchstone ດ໊ອກສຳລັບຕັ້ງ, Case ໂສບສຳລັບ TouchPad ແລະ ຄີບອດພາຍນອກ.

ຕອນນີ້ທາງ HP ຍັງບໍ່ໄດ້ເປີດເຜີຍລາຄາຂອງ TouchPad ຢ່າງເປັນທາງການ ມີພຽງບອກຊ່ວງທີ່ຈະວາງຂາຍກໍ່ຄື ຊ່ວງລະດູຮ້ອນ(Summer) ຫລືໄຕມາດທີ່ສາມຂອງປີນີ້. ຕາມຄວາມເຫັນຂອງຜູ້ຂຽນເອງ ມັນຫນ້າຈະເປັນອີກທາງເລືອກຫນຶ່ງທີ່ຫນ້າສົນໃຈ ເພາະຕາມທີ່ເບິງວິດີໂອຕົວຢ່າງແລ້ວ ຖືວ່າສະຖຽນຫລາຍ ແຕ່ກໍ່ຕ້ອງຖ້າເບິງລາຄາ ແລະ ການພັດທະນາ App ໃນ WebOS ວ່າຈະມີຜົນຕອບຮັບຫລາຍປານໃດ.


ລາຍລະອຽດເພີ່ມເຕີມ ແລະ ທີ່ມາ: HP TouchPad

ລອງອ່ານກ່ຽວກັບ  ໄປແລ້ວຫນຶ່ງ OS: HP ປະກາດຢຸດພັດທະນາອຸປະກອນ WebOS ຢ່າງຖາວອນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.