ເລື່ອງລາວຂອງ TECH, STARTUP, ແລະ DIGITAL

5 ອັນດັບ ຜູ້ຜະລິດຄອມພິວເຕີແບບຜົກພາ, Apple ຂຶ້ນເປັນອັນດັບຫນຶ່ງ

ຂ່າວໄອທີ

ລ່າສຸດມີລາຍງານຈາກເວັບໄຊຕ໌ DisplaySearch ເຊິງໄດ້ລາຍງານ ແລະ ຈັດອັນດັບ ຜູ້ຜະລິດຄອມພິວເຕີແບບຜົກພາ ເຊິ່ງກໍ່ຄືພວກໂນດບຸກ, ເນັດບຸກ ທີ່ເຮົາໃຊ້ກັນຢູ່ ເຊິ່ງການລາຍງານເທື່ອນີ້ໄດ້ນຳ iPad ເຂົ້າເປັນຫນຶ່ງໃນລາຍຊື່ຄອມພິວເຕີຜົກພາ (Mobile PC) ເຊິ່ງນັ້ນກໍ່ເຮັດໃຫ້ Apple ແຊງຫນ້າ HP ຂຶ້ນເປັນອັນດັບຫນຶ່ງຜູ້ຜະລິດ ຄອມພິວເຕີຜົກພາ ທັນທີໃນໄຕມາດທີ່ 4 ຂອງປີ 2010.

  1. Apple ມີຍອດສົ່ງມອບເຄື່ອງທັງຫມົດ 10.2ລ້ານເຄື່ອງ ທົ່ວໂລກ ແລະມີສ່ວນແບ່ງຕະຫລາດ 17.2%.
  2. HP ມີຍອດການສົງມອບເຄື່ອງຢູ່ທີ່ 9.3ລ້ານເຄື່ອງ ທົ່ວໂລກ ແລະມີສ່ວນແບ່ງຕະຫລາດ 15.6%.
  3. Acer Group ມີຍອດສົ່ງມອບເຄື່ອງທັງຫມົດ 8.4ລ້ານເຄື່ອງທົ່ວໂລກ ແລະມີສ່ວນແບ່ງຕະຫລາດ 14.0%
  4. Dell ມີຍອດສົ່ງມອບເຄື່ອງ 5.9ລ້ານເຄື່ອງທົ່ວໂລກ ແລະມີສ່ວນແບ່ງຕະຫລາດ 9.9%.
  5. Toshiba ມີຍອດສົ່ງມອບ ທັງຫມົດ 5.1ລ້ານເຄື່ອງທົ່ວໂລກ ແລະມີສ່ວນແບ່ງຕະຫລາດ 8.6%

ສິ່ງທີ່ເຮັດໃຫ້ Apple ມີຍອດເພີ່ມຂຶ້ນ ແລະແຊງຫນ້າ HP ນັ້ນອາດຈະມາຈາກ ຍອດຂາຍ iPad ທີ່ຂາຍດີ ແລະ ຂາຍໄດ້ຫລາຍລ້ານເຄື່ອງແລ້ວໃນປະຈຸບັນ ລວມທັງ Macbook Air ທີ່ມາຕອບໂຈດ ກະແສນິຍົມຄອມພິວເຕີແບບພົກພາ ທີ່ມີປະສິດທິພາບ ແລະ ແຖມຍັງມີແບັດເຕີລີ່ທີ່ໃຊ້ງານໄດ້ດົນກວ່າຄອມພິວເຕີພົກພາຂອງ Windows

ທີ່ມາ: DisplaySearch

ລອງອ່ານກ່ຽວກັບ  Google ເປີດບໍ່ລິການ Number Porting ສຳລັບ Google Voice

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.