ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ສັ່ງ PhotoFast ຢຸດຜະລິດ SSD ສຳຫລັບ MacBook Air

ຂ່າວໄອທີ

ລາຍງານລ່າສຸດ ເມຶ່ອ Apple ໄດ້ຍິນຂ່າວວ່າ PhotoFast ຜະລິດ SSD ຂະຫນາດ 256GB ສຳຫລັບໄວ້ອັບເກຼດ MacBook Air, ເຊິ່ງ SSD ຂະຫນາດ 256GB  ຂອງ PhotoFast ນີ້ຈະທຳງານໄດ້ໄວກວ່າ SSD ຂອງ Apple ທີ່ມີຢູ່ໃນ MacBook Air ເພາະສະນັ້ນຈຶງເປັນເຫດທີ່ເຮັດໃຫ້ Apple ບໍ່ຍອມໃຫ້ຜະລິດ, ຄວາມໄວ SSD ຂອງ Apple ທີ່ມີຢູ່ໃນ MacBook Air ນັ້ນ ຈະເຮັດຄວາມໄວ້ໄດ້ພຽງ 150MB ຕໍ່ ວິນາທີ ແລະ 160MB ຕໍ່ ວິນາທີ ເທົ່ານັ້ນ, ສ່ວນ SSD 256GB ຂອງທາງ PhotoFast ນັ້ນສາມາດເຮັດຄວາມໄວໄດ້ເຖິງ 250MB ຕໍ່ ວິນາທີ.

ເຊິ່ງການສັ່ງຂອງ Apple ໄປຍັງ PhotoFast ຄັ້ງນີ້ກໍ່ບໍ່ຖືກປະຕິດເສດ ແລະ ທາງ PhotoFast ກໍ່ໄດ້ຍົກເລີກການຜະລິດ SSD ສຳຫລັບ ອັບເກຼດ MacBook Air. ທັ້ງນີ້ສາເຫດທີ່ PhotoFast ຍອມອອ່ນຂໍ້ໃຫ້ Apple ງ່າຍໆກໍ່ຍ້ອນວ່າ ທາງ PhotoFast ມີຜະລິດຕະພັນຫລາຍຕົວ ທີ່ຂຶ້ນກັບສັນຍາໂລໂກ້ MFI (Made For iPod, iPhone, iPad) ແລະ ຍ້ານ Apple ຍົກເລີກ ສັນຍາໂລໂກ້ດັ່ງກ່າວກັບສິ້ນຄ້າຕົວອື່ນ.

ທີ່ມາ: 9to5mac

ລອງອ່ານກ່ຽວກັບ  Win 7 ຍອດຂາຍທະລຸ 150 ລ້ານກັອບປີ້!!!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.