ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ບໍລິການຍໍ້ລິ້ງຂອງ google ສາມາດມີ QR Code ໄດ້ທັນທີ

ຂ່າວໄອທີ

Google ໄດ້​ເປີດ​ເວັບ​ໄຊຕ໌​ໃຫ້​ບໍລິການ​ຍໍ້ URL  ຊື່​ວ່າ Goo.gl ຊຶ່ງ​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ຍໍ້​ລິ້ງ​ຍາວໆ ຂອງ​ໜ້າ​ເວັບ​ໃຫ້​ເຫລືອ​​ຕົວອັກສອນສັ້ນໆ ເພື່ອ​ເຮັດໃຫ້​ງ່າຍ​ຕໍ່​ການ​ແບ່ງປັນໃຫ້ກັບຄົນອື່ນໆ

ຄວາມຈິງແລ້ວສຳລັບບໍລິການດັ່ງກ່າວກໍ່ເປີດມາດົນພໍສົມຄວນແລ້ວ ແຕ່ Goo.gl ຂອງ Google ກໍ​ມີ​ລູກ​ຫລິ້ນ​ທີ່​ໜ້າ​ສົນ​ໃຈ​ມາ​ໃຫ້​ຜູ້​ໃຊ້​ດ້ວຍ​ຄືກັນ ຫລືຈະເອີ້ນວ່າ​ເປັນ Easter Egg ກໍ​ພໍ​ໄດ້ ໂດຍ​ນອກ​ຈາກ​ຈະ​ຫຍໍ້ URL ແລະ​ເກັບ​ສະ​ຖິ​ຕິ​ໃຫ້​ແລ້ວ ບໍລິການ​ຂອງ Google ຈະ​ສາມາດ​ໃຫ້​ຜູ້​ໃຊ້​ປ່ຽນ​ລິ້ງ​ເປັນ QR code ໄດ້​ດ້ວຍ ພຽງ​ໃສ່.qr ເຂົ້າໄປ​ທີ່ທາງຫລັງ URL ທີ່​ຫຍໍ້​ແລ້ວ ເວລາ​ນຳ​ໄປ​ແປະ​ໃນ​ເວັບ ມັນ​ກໍ​ຈະ​ສະແດງ​ຜົນ​ອອກ​ມາ​ເປັນ QR code ໃຫ້​ໂດຍ​ອັດຕະໂນມັດ ແນວ​ຄິດ​ທີ່​ເພີ່ມ​ຄຸນສົມບັດ​ນີ້​ເຂົ້າໄປ​ກໍ​ເນື່ອງ​ຈາກ QR code ຈະ​ເໝາະ​ສົມກັບ​ຜູ້​ໃຊ້​ມື​ຖື ເນື່ອງ​ຈາກ​ສາມາດ​ໃຊ້​ແອບຯ​ອ່ານ QR code ເພື່ອ​ລິ້ງເຂົ້າໄປຫາເວັບ​ໄຊຕ໌​ໄດ້​ທັນ​ທີ

ຍົກຕົວຢ່າງ: ຫລັງຈາກທີ່ຍໍ້ລິ້ງແລ້ວ ໃນນີ້ແມ່ນຍໍ້ລິ້ງເຂົ້າມາຍັງເວັບໄຊຕ໌ຂອງພວກເຮົາຈະໄດ້ URL ໃຫມ່ເປັນ http://goo.gl/emTY ຖ້າຢາກໄດ້ເປັນ QR code ກໍ່ໃສ່ເປັນ http://goo.gl/emTY.qr ເຮົາຈະເຫັນ .qr ຢູ່ທາງຫລັງ. ພຽງເທົ່ານີ້ກໍ່ຈະໄດ້ QR code ໃນລິ້ງຂອງເຮົາແລ້ວ.

ທີ່ມາ: arip, pcmag

ລອງອ່ານກ່ຽວກັບ  ສະຖິຕິຄີເວິດທີ່ຄົນຄົ້ນຫາຫຼາຍທີ່ສຸດ ໃນປີ2010 ຂອງ Google

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.