ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ຕຽມຈັດງານ Back to the Mac ໃນເດືອນນີ້

ຂ່າວດ່ວນ, ຂ່າວໄອທີ

ຫລັງຈາກງານເປີດໂຕ ອຸປະກອນເຊັ່ນ: iPad, iPhone 4, iPod, ລວມເຖິງ iOS ມາແລ້ວ ງານຕໍ່ໄປຂອງ Apple ກໍ່ຫນ້າຈະເປັນ Mac. ເຊິງມີລາຍງານຂ່າວລ່າສຸດ Apple ຈະມີການຈັດງານ Back to the Mac ເຊິງງານດັ່ງກ່າວຈະຈັດຂຶ້ນໃນວັນທີ່ 20 ຕຸລາ 2010 ທີ່ຈະມາຮອດນີ້ ຢູ່ທີ່ Cupertino ລັດ California ສະຫະລັດອາເມລິກາ. ເຊິງຈາກທີ່ສັງເກດໂລໂກ້ຕາມຂ້າງເທິງກໍ່ມີການຄາດການວ່າ Apple ຈະເປີດໂຕ Mac OS X 10.7 ເພາະໃນໂລໂກ້ດັ່ງກ່າວຈະສັງເກດເຫັນມີຮູບສິງໂຕ. ແຕ່ແນວໃດກໍ່ດີ ຕາມປະເພນີຂອງ Apple ມັກຈະເຮັດໃຫ້ຜູ້ໃຊ້ ຫລື ສາວົກຕື່ນເຕັ້ນສະເຫມີ ຈັງໃດກໍ່ຕິດຕາມກັນຕໍ່ໄປ ໃນລະຫວ່າງນີ້ຈົນຮອດມື້ງານຖ້າມີຫຍັງອັບເດດເພີ່ມເຕີມ ເວັບໄຊຕ໌ຂອງພວກເຮົາຈະນຳມາອັບເດດໃຫ້ຮູ້ກັນ.

ທີ່ມາ: Mashable

ລອງອ່ານກ່ຽວກັບ  iPhone 44G ໃນອີກ 30ປີທາງຫນ້າ ຈະເຮັດຫຍັງໄດ້ແດ່ ມາເບິງກັນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.