ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Amazon ກຳລັງຈະເປິດຮ້ານຄ້າຂາຍ App ຂອງ Android

ຂ່າວໄອທີ

ແຫລ່ງ​ຂ່າວ​ວົງ​ໃນ​ເປີດ​ເຜີຍ​ວ່າ Amazon ກຳ​ລັງ​ມີ​ແຜນ​ທີ່​ຈະ​ເປີດ​ຮ້ານ​ອອນ​ໄລນ໌ ເພື່ອ​ຈຳ​ໜ່າຍ​ຊອ​ຟົ​ແວລ໌​ທີ່​ເຮັດວຽກ​ເທິງ​ລະບົບ​ປະຕິບັດ​ການ​ສຳລັບ​ອຸປະກອນ​ໂມ​ບາຍ​ຢ່າງ Android ຊຶ່ງ​ນັ້ນ​ເທົ່າ​ກັບ​ວ່າ Amazon ກຳ​ລັງ​ຈະ​ກາຍ​ເປັນ​ຄູ່​ແຂ່ງ​ຂອງ Android Market ຂອງ Google ຫລື​ເປັນ​ຄວາມ​ຮ່ວມ​ມື​ໃນ​ການ​ຜັກ​ດັນ​ໃຫ້ Android ກາຍ​ເປັນ​ແພດ​ຟອລ໌​ມ​ທີ່​ສາມາດ​ສ້າງ​ລາຍ​ໄດ້​ໃຫ້​ກັບ​ນັກ​ພັດທະນາ​ບໍ່​ພ່າຍແພ້ iOS ຂອງ Apple

ແຫລ່ງ​ຂ່າວ​ວົງ​ໃນ​ຍັງ​ອ້າງ​ອີກ​ດ້ວຍ​ວ່າ ໜ້າ​ຮ້ານ​ດັ່ງ​ກ່າວ​ອາດຈະ​ເປີດ​ໃຫ້​ບໍລິການ​ໄດ້​ໃນ​ຊ່ວງ​ຕົ້ນ​ເດືອນ​ນີ້ ແຕ່​ປະຕິເສດ​ທີ່​ຈະ​ລະ​ບຸ​ລົງ​ໄປ​ວ່າ​ເປັນ​ມື້​ໃດ​ກັນ​ແທ້ ເນື່ອງ​ຈາກ​ຍັງ​ບໍ່​ມີ​ການ​ປະ​ກາດ​ແຜນ​ອອກ​ມາ ທັງ​ນີ້​ມີ​ການ​ຄາດ​ການ​ກັນ​ວ່າ ໜ້າ​ຮ້ານ Android ຈະ​ຊ່ວຍ​ໃຫ້ Amazon ໄດ້​ກຳ​ໄລ​ເພີ່ມ​ຂຶ້ນ​ຈາກ​ຄວາມ​ຕ້ອງ​ການ​ເກມສ໌​ຕ່າງໆ ຕະຫລອດ​ຈົນ​ຄວາມ​ບັນ​ເທີງ​ເທິງ​ມື​ຖື ແລະ​ແອບ​ພິ​ເຄ​ຊັນ​ຕ່າງໆ ທີ່​ສາມາດ​ດາວນ໌​ໂຫລດ​ໄປ​ໃຊ້​ເທິງ​ອຸປະກອນ​ໂມ​ບາຍ​ໄດ້. ຜູ້​ຊ່ຽວຊານ​ໃນ​ຕະ​ຫລາດຯ ທີ່ Booz & Co. ກ່າວ​ວ່າ ມູນ​ຄ່າ​ແອບຯ​ເທິງ​ມື​ຖື​ອາດຈະ​ທະ​ລຸ 40 ພັນ​ລ້ານ​ຫລຽນຯ ພາຍ​ໃນ​ປີ 2014 ຈາກ 14.3 ພັນ​ລ້ານ​ຫລຽນຯ​ໃນ​ປີ​ນີ້ ນັກ​ພັດທະນາ ແລະ​ຜູ້​ບໍລິ​ໂພກ​ສ່ວນ​ໃຫຍ່​ຈະ​ຈົ່ມ​ວ່າ Android Market ມີ​ຂັ້ນ​ຕອນ​ຄ່ອນ​ຂ້າງ​ຫຍຸ້ງຍາກ​ໃນ​ການ​ຈ່າຍ​ຄ່າ​ຊອຟົ​ແວລ໌ ຕະຫລອດ​ຈົນ​ການ​ຄົ້ນ​ຫາ​ແອບຯ ນັບ​ເປັນ​ອີກ​ໜຶ່ງ​ກ້າວ​ຂອງ Amazon ໃນ​ການ​ຈຳ​ໜ່າຍ​ສິນ​ຄ້າ​ດິ​ຈິ​ຕອນ ຫລັງ​ຈາກ​ເປີດ​ຈຳ​ໜ່າຍ​ເພງແລະ​ໜັງ​ດິ​ຈິ​ຕອນ, ມາຈົນ​ເຖິງ e-Books ແລະ​ລ່າ​ສຸດ​ກໍ​ຄື Mobile App ເບິ່ງ​ຄືກັບວ່າເປົ້າ​ໝາຍ​ຂອງ Amazon ຄື​ການ​ເປັນ​ຜູ້​ນຳການ​ຄ້າ​ປີກ​ສຳລັບ​ສື່​ດິ​ຈິ​ຕອນ

ໃນ ສ່ວນ​ຂອງກະ​ຕິ​ກາ​ໜ້າ​ຮ້ານ Android ໃນ Amazon ທາງ​ບໍລິສັດ​ຈະ​ຂໍ​ສ່ວນ​ແບ່ງ​ການ​ຂາຍ​ແອບຯ 30% ໂດຍ​ທີ່​ເຫລືອ 70% ຈະ​ເປັນ​ຂອງ​ນັກ​ພັດທະນາ ຊຶ່ງ​ຂໍ້​ຕົກລົງ​ນີ້​ຍັງມີ​ກົດ​ເຫລັກ​ອີກ​ຂໍ້​ໜຶ່ງ​ກໍ​ຄື ຜູ້​ພັດທະນາ​ຈະ​ຕ້ອງ​ບໍ່​ນຳ​ສະເໜີ​ແອບຯ​ຕົວ​ດຽວ​ກັນ​ນີ້​ກັບ​ບ່ອນ​ອື່ນ​ໃນ​ລາ​ຄາ​ທີ່​ຕ່ຳກວ່າ. ປະຈຸບັນ Android Market ຂອງ Google ຈະ​ມີ​ແອບຯ​ໄວ້​​ບໍລິການ 80,000 ແອບຯ ທຽບ​ກັບ​ຜູ້​ນຳ​ຢ່າງ Apple App Store ທີ່​ມີ​ຫລາຍ​ເຖິງ 250,000 ແອບຯ ຢ່າງໃດ​ກໍ​ຕາມ ຜົນ​ຈາກ​ການ​ເປີດ​ໜ້າ​ຮ້ານ​ຈຳ​ໜ່າຍ Android App ຂອງ Amazon ໜ້າ​ຈະ​ເຮັດໃຫ້​ເກີດ​ຄວາມ​ຕື່ນ​ຕົວ​ຂອງ​ນັກ​ພັດທະນາ​ແອບຯ​ຫລາຍ​ຂຶ້ນ ເພາະ​ຖື​ໄດ້​ວ່າ ເປັນ​ຊ່ອງ​ທາງ​ຫາ​ລາຍ​ໄດ້​ທີ່​ໜ້າ​ສົນ​ໃຈ​ບໍ່​ຫນ້ອຍ​ ໂດຍ​ສະເພາະ​ເມື່ອ​ເບິ່ງ​ມູນ​ຄ່າ​ຕະ​ຫລາດ​ທີ່​ມີ​ແນວ​ໂນ້ມ​ເຕີບໂຕ​ຢ່າງ​ຕໍ່​ເນື່ອງ

ຂໍ້​ມູນ​ຈາກ: I4U, Arip

ລອງອ່ານກ່ຽວກັບ  MacBook Air ລຸ້ນໃຫມ່ກຳລັງຈະມາພ້ອມ Sandy Bridge ແລະ Thunderbolt

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.