ເລື່ອງລາວຂອງ TECH, STARTUP, ແລະ DIGITAL

PlayBook BlackBerry Tablet ເປີດໂຕພ້ອມເປັນຄູ່ແຂ່ງຂອງ iPad

ຂ່າວໄອທີ, ແທັບເລັດ

ໃນທີ່ສຸດ RIM ບໍລິສັດ​ຜູ້​ຜະລິດສະມາດ​ໂຟນ BlackBerry ກໍ​ໄດ້​ປະ​ກາດ​ເປີດ​ຕົວ​ແທັບ​ເລັດ​ຂອງ​ທາງ​ບໍລິສັດ​ ແລະມີຊື່ວ່າ “PlayBook”.  ໂດຍ “PlayBook” ຈະ​ເປັນ​ແທັບ​ເລັດ​ໜ້າ​ຈໍ​ຂະໜາດ 7 ນິ້ວ ເຮັດວຽກ​ດ້ວຍ​ລະບົບ​ສຳ​ຜັນ​ແບບ​ມັນ​ຕິ​ທັດ ໂດຍ​ເປົ້າ​ໝາຍ​ຄື​ການ​ຊ່ວງ​ຊິງ​ສ່ວນ​ແບ່​ງຕະຫ​ລາດ​ຈາກ iPad ຂອງ Apple

PlayBook ເປັນ​ແທັບ​ເລັດ​ທີ່​ເນັ້ນ​ລູກ​ຄ້າ​ໃນ​ກຸ່ມ​ທຸລະກິດ ໂດຍ​ຈະ​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ BlackBerry Tablet OS (QNX ທີ່​ທາງ​ບໍລິສັດ​ຫາກໍ່​ຊື້ໄປໃນ​ເດືອນ​ເມ​ສາ​​ທີ່​ຜ່ານມາ) ສຳລັບ​ໜ້າ​ຈໍ​ຂະໜາດ 7 ນິ້ວ​ຈະ​ສະແດງ​ຜົນ​ທີ່​ຄວາມ​ລະອຽດ 1024 x 600 pixel ພາຍ​ໃນ​ໃຊ້​ໂພ​ເຊດ​ເຊີລ໌​ Dual-Core Cortex A9 1GHz ຫນ່ວຍ​ຄວາມ​ຈຳ 1GB ກ້ອງ​ສອງ​ຕົວ ໂດຍ​ດ້ານ​ໜ້າ 3M ແລະ​ດ້ານ​ຫລັງ 5M ແລະ​ສະໜັບສະໜູນ​ຟອລ໌​ແມດ​ມາດຕະຖານ​ການ​ພັດທະນາ​ເວັບ​ດ້ວຍ HTML5 ແຖມ​ຍັງ​ມາ​ພ້ອມ​ກັບ Adobe Flash Player 10.1 ອີກ​ດ້ວຍ

ແນວໃດກໍ່ຕາມ PlayBook ຈະ​ບໍ່​ມີ​ການ​ເຊື່ອມ​ຕໍ່​ຂໍ້​ມູນ​ດ້ວຍ 3G ຫລື 4G ໂດຍ RIM ໃຫ້​ເຫດຜົນ​ວ່າ ທາງ​ບໍລິສັດ​ມີ​ແຜນ​ທີ່​ຈະ​ເພີ່ມ​ຄຸນສົມບັດ​ດັ່ງ​ກ່າວ​ໃນ​ອະນາຄົດ ສຳລັບ PlayBook ເວີລ໌​ຊັນ​ທຳອິດ ຜູ້​ໃຊ້​ຈະ​ສາມາດ​ເຂົ້າ​ເຖິງ​ອິນ​ເທີລ໌​ເນັດ​ໄດ້​ຜ່ານ Wi-Fi 802.11 b/g/n ຫລື​ແຊລ໌​ເນັດ (3G) ຈາ​ກສະມາດໂຟນ BlackBerry ແລະ​ຮອງ​ຮັບ​ການ​ເຊື່ອມ​ຕໍ່​ແບບໄຮ້​ສາຍ​ກັບ​ອຸປະກອນ Bluetooth 2.1 “RIM ຕ້ອງ​ການ​ພັດທະນາ​ໃຫ້​ແທັບ​ເລັດ​ຂອງ​ບໍລິສັດ​ເຮັດວຽກ​ໄດ້​ໃນ​ລະ​ດັບ​ສຸດ​ຍອດ ໂດຍ​ອອກ​ແບບ​ໃຫ້​ຮາລ໌​ດ​ແວລ໌​ມີ​ຄຸນສົມບັດ​ການເຮັດວຽກ​ຫລາກ​ຫລາຍ ແລະ ​ລະບົບ​ປະຕິບັດການ​ທີ່​ມີ​ຄວາມ​ຍືດ​ຫຍຸ່ນ ແລະ​ ແຂງ​ແຮງ​ທີ່ສຸດ.

BlackBerry PlayBook ຈະ​ພົກ​ພາ​ຄ່ອນ​ຂ້າງ​ສະ​ດວກ ໂດຍ​ມີ​ຄວາມ​ໜາ 9.7mm. ແລະ​ໜັກ​ພຽງແຕ່ 408 ກຣາມ ເທົ່າ​ນັ້ນ ມາ​ພ້ອມ​ກັບ​ພອລ໌​ຕ HDMI ແລະ USB ສາມາດ​ຫລິ້ນ​ວິ​ດີ​ໂອ​ຟູນ​ໄຮ​ເດ​ຟຯ 1080p ໄດ້ ໂດຍ RIM ຍັງ​ກ່າວເຖິງ​ແຜນ​ການ​ທີ່​ຈະ​ວາ​ງຕະຫລາດ BlackBerry PlayBook ໃນ​ຮ້ານ​ຄ້າ​ຕ່າງໆ ທົ່ວ​ສະ​ຫລັດຯ ພາຍ​ໃນ​ຕົ້ນ​ປີ 2011 ສ່ວນ​ປະເທດ​ອື່ນໆ ຈະ​ເປັນ​ໄຕ​ມາດ​ທີ່​ສອງ​ຂອງ​ປີ​​ໜ້າ ສ່ວນລາຄາຍັງ​ບໍ່​ມີ​ການ​ເປີດ​ເຜີຍແຕ່​ຢ່າງ​ໃດ.

ທີມາ:pcmag, arip

ລອງອ່ານກ່ຽວກັບ  Search Twitter ຈະ​ໂຄ່ນ​ບັນລັງ Google ແທ້ຫລືບໍ່ ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.