ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Jailbreak iPhone 4 ຜ່ານບຼາວເຊີລ໌ Safari ແບບງ່າຍໆ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ iPhone Dev Team ໄດ້​ອອກ​ເຄື່ອງ​ມື​ເຮັດ Jailbreak (ການ​ເປີດ​ລະບົບ​ໃຫ້​ສາມາດ​ຕິດ​ຕັ້ງ​ແອບຯ​ໃດໆ ໂດຍ​ບໍ່​ຕ້ອງ​ຜ່ານ iTunes ໄດ້) ຕົວ​ທຳອິດສຳລັບ iPhone 4 ແລ້ວ​ທັນ​ທີ ຫລັງ​ຈາກ​ທີ່​ເມື່ອ​ອາທິດ​ກ່ອນ ທາງ​ຫໍສະ​ມຸດ​ລັດທະ​ສະພາ​ອະເມລິ​ກາ (Library of Congress) ໄດ້​ປະ​ກາດ​ວ່າ​ການເຮັດ Jaibreak ເປັນ​ເລື່ອງ​ຖືກ​ກົດຫມາຍ ຊຶ່ງ​ແມ່ນ Apple ຈະ​ຍອມ​ຮັບ​ການ​ຕັດ​ສິນ​ດັ່ງ​ກ່າວ ແຕ່​ກໍ​ຍັງ​ຄົງ​ເຕືອນ​ຜູ້​ໃຊ້​ວ່າ ການເຮັດ Jailbreak ຈະ​ເຮັດໃຫ້​ປະສົບການ​ໃນ​ການ​ໃຊ້​ງານ iPhone ດ້ອຍ​ລົງ

“ເຮົາ​ຕະ​ໜັກ​ດີ​ວ່າ ການເຮັດ Jailbreak ຈະ​ເຮັດໃຫ້​ປະສົບການ​ໃນ​ການ​ໃຊ້​ງານ iPhone ດ້ອຍ​ລົງ​ຢ່າງ​ຫລາຍ” Apple ປະ​ກາດ​ໃນ​ຖະແຫລງ “ດັ່ງ​ທີ່​ເຮົາ​ໄດ້​ເຄີຍ​ກ່າວ​ໄປ​ກ່ອນ​ໜ້າ​ນີ້​ວ່າ ຜູ້​ໃຊ້​ສ່ວນ​ໃຫຍ່​ບໍ່​ໄດ້​ເຮັດ Jailbreak ເນື່ອງ​ຈາກ​ການເຮັດ​ເຊັ່ນ​ນີ້​ຈະ​ເຮັດໃຫ້​ໝົດ​ສິດ​ໃນ​ການ​ຮັບ​ປະ​ກັນ ແລະ​ອາດ​ເຮັດໃຫ້ iPhone ບໍ່​ສະຖຽນ​ອີກ​ຕໍ່ໄປ​ໄດ້”

ຢ່າງໃດ​ກໍ​ຕາມ ທາງ iPhone Dev Team ບໍ່​ໄດ້​ສົນ​ໃຈ​ຄຳ​ເຕືອນ​ຂອງ Apple ແຕ່​ຢ່າງ​ໃດ ໂດຍ​ໄດ້​ອອກ Jailbreak ສຳລັບ iPhone 4 ທີ​ເຮັດວຽກ​ດ້ວຍ iOS 4 ແລະ iOS 4.0.1 ນອກ​ຈາກ​ນີ້ Jailbreak ທີ່​ເຮັດ​ອອກ​ມາຍັງ​ສາມາດ​ກະທຳ​ຜ່າ​ນບຼາວ​ເຊີລ໌ Safari ເທິງ iPhone ໄດ້​ເລີຍ ລວມ​ເຖິງ​ເທິງ iPad ໄດ້ ຂໍ້​ມູນ​ຈາກ 9to5mac.com ລະ​ບຸ​ວ່າ ຜູ້​ໃຊ້​ທີ່​ຕ້ອງ​ການເຮັດ Jailbreak ໃນ​ລັກສະນະ​ດັ່ງ​ກ່າວ​ຈະ​ຕ້ອງ​ເຂົ້າໄປ​ທີ່​ເວັບ​ໄຊຕ໌ Jailbreakme.com ລາຍ​ງານ​ລ່າ​ສຸດ​ເຕືອນ​ວ່າ ຂະນະ​ນີ້​ ເຊິລ໌​ຟ​ເວີລ໌​ທີ່​ໃຫ້​ບໍລິການ​ກຳ​ລັງ​ຮັບ​ໂຫລດ​ຢ່າງ​ໜັກ ແລະ iPhone ບາງ​ເຄື່ອງ​ບໍ່​ສາມາດ​ໃຊ້​ງານ​ໄດ້​ຫລັງ​ຈາກ​ເຮັດ jailbreak ໄປ​ແລ້ວ ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ມີ​ລາຍ​ງານ​ວ່າ ມັນ​ສາມາດ​ໃຊ້​ໄດ້​ກັບ iPhone 4, iPhone 3GS, iPod Touch ແລະ iPad ຍົກ​ເວັ້ນ iPad ທີ່​ເຮັດວຽກ​ດ້ວຍ iOS 3.2.1
ທີ່ມາ: zdnet, arip.co.th

ລອງອ່ານກ່ຽວກັບ  ເບື້ອງຫລັງຄວາມຕາຍຂອງ Kin ການເມືອງພາຍໃນໄມໂຄຊອຟົທ໌ເຮັດຜິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.