ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Hacker ໂຊດັກຈັບສັນຍານ GSM ລະບຸໃຫ້ເຫັນເຖິງຊ່ອງໂຫວ່ GSM

ຂ່າວໄອທີ

ໃນ​ງານ DefCon 2010 ທີ່​ຈັດ​ຂຶ້ນ​ໃນ​ລາສ​ເວ​ກັດ Chris Paget ແຮກ​ເກີລ໌​ໜຸ່ມ​ໄດ້​ສາ​ທິດ​ການເຮັດວຽກ​ຂອງ​ອຸປະກອນ​ທີ່​ພວກເຂົາ​ສ້າງ​ຂຶ້ນ​ ດ້ວຍ​ເງີນ​ລົງ​ທຸນ 1,500 ຫລຽນຯ ແຕ່​ສາມາດ​ດັກ​ຈັບ​ສັນ​ຍານ​ການ​ໃຊ້​ງານ​ໂທລະ​ສັບ​ມື​ຖື GSM ຫລື​ແມ່ນແຕ່​ບັນ​ທຶກ​ຖ້ອຍ​ຄຳ​ຂອງ​ການ​ສົນທະນາ​ຂອງ​ຄູ່​ສາຍ​ໄດ້​ອີກ​ດ້ວຍ!!!

Chris Paget ນັກ​ວິ​ໄຈ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ສາ​ທິດ​ອຸປະກອນ​ຂອງ​ພວກເຂົາ​ທີ່​ ປະກອບ​ດ້ວຍ​ເສົາ​ອາ​ກາດ ຄື້ນ​ວິດ​ຍຸ ແລະ​ໂນ້​ດ​ບຸ໊​ກ​ໃນ​ງານ DefCon 2010 ໂດ​ຍສາມາດ​ດັກ​ຈັບ​ສັນຍາ​ນະມື​ຖື GSM ຂອງ​ຜູ້​ເຂົ້າ​ຮ່ວມ​ປະ​ຊຸມ​ໄດ້​ເຖິງ 17 ລາຍ ແຖມ​ຍັງ​ບັນ​ທຶກ​ໝາຍ​ເລກ​ທີ່​ຜູ້​ໃຊ້​ງານ​ຕິດ​ຕໍ່​ຢູ່​ໄດ້​ອີກ​ດ້ວຍ ສຳລັບ​ ວັດ​ຖຸ​ປະສົງ ຂອງ​ການ​ສາ​ທິດ​ເທື່ອ​ນີ້ ພວກເຂົາ​ຕ້ອງ​ການ​ຊີ້​ໃຫ້​ເຫັນ​ເຖິງ​ຊ່ອງ​ໂຫວ່​ຂອງ​ລະບົບ GSM ທີ່​ເປີດ​ໂອ​ກາດ​ໃຫ້​ມື​ຖື​ສາມາດ​ເຊື່ອມ​ຕໍ່​ສັນ​ຍານ​ໂດຍ​ກົງ​ເຂົ້າ​ກັບ​ ເສົາ​ທີ​ມີ​ສັນຍາ​ນແຮງ ທີ​ສຸດ ຊຶ່ງ​ໃນ​ທີ່​ນີ້​ກໍ​ຄື ເສົາ​ໂທລະ​ສັບ​ຂອງ Paget ທີ​ໃຊ້​ໃນ​ການ​ສາ​ທິດ​ເທື່ອ​ນີ້​ນັ້ນ​ເອງ

Paget ເປີດ​ເຜີຍ​ວ່າ ອຸປະກອນ​ຂອງ​ພວກເຂົາ​ສາມາດ​ດັກ​ຈັບ​ສະເພາະ​ຟັງ​ຜູ້​ໂທ​ອອກ​ເທົ່າ​ນັ້ນ ແລະ caller ID ທີ່​ໄດ້​ຍັງ​ສາມາດ​ນຳ​ໄປ​ສູ່​ການ​ລະ​ບຸ​ຕົວ​ຕົນ​ເຈົ້າ​ຂອງ​ເຄື່ອງ​ໄດ້​ອີກ​ ດ້ວຍ “GSM ຖືກ​ເຈາະ​ແລ້ວ” Paget ກ່າວ ປະ​ເດັນ​ທີ່​ໜ້າ​ເປັນ​ກັງ​ວົນ​ກໍ​ຄື ຜົນ​ງານ​ຂອງ​ພວກເຂົາ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ ຜູ້​ບໍ່​ຫວັງ​ດີ​ສາມາດ​ໃຊ້​ອຸປະກອນ​ທີ່​ບໍ່​ຕ້ອງ​ມີ​ລາ​ຄາ​ສູງ​ເທົ່າໃດ ແຖມ​ຍັງ​ເປັນ​ອຸປະກອນ​ທີ​ມີ​ມານັບ​ສິບ​ປີ​ແລ້ວ ທີ່​ສຳຄັນ​ຫາ​ພົບ​ໄດ້​ເທິງ​ອິນ​ເຕີເນັດ ໃນ​ຂະນະ​ທີ່​ອຸປະກອນ​ດັກ​ຈັບ​ສັນ​ຍານ​ທີ່​ໃຊ້​ງານ​ຈິງ​ຈະ​ມີ​ລາ​ຄາ​ຫລາຍ​ແສນ ​ຫລຽນຯ

ຢ່າງໃດ​ກໍ​ຕາມ​ຊ່ອງ​ໂຫວ່​ທາງ​ກົດ​ໝາຍ​ຍັງ​ຄົງ​ມີ​ຢູ່​ເຊັ່ນ​ໃນ​ງານ Defcon ທີ່​ຈັດ​ໃນ​ສະ​ຫລັດຯ  ຄື້ນ 900MHz ນັ້ນ​ເປັນ​ຄື້ນ​ວິດ​ຍຸ​ສະໝັກ​ຫລິ້ນ ຂະນະ​ທີ່​ໃນ​ເອີຣົບ​ນັ້ນ ຄື້ນ 900MHz ເປັນ​ຄື້ນ​ທີ່​ໃຊ້​ສຳລັບ GSM ຢ່າງໃດ​ກໍ​ຕາມ​ຕົວ​ໂທລະ​ສັບ​ນັ້ນ​ມັກ​ຈະ​ຮັບ​ຄື້ນ​ໄດ້​ຫລາຍ​ຍ່ານຄວາມທີ່ ແລະ​ຈະ​ຕໍ່​ກັບ​ເສົາ​ທີ່​ຄື້ນ​ແຮງ​ທີ່ສຸດ​ສະເໝີ


ທີ່ມາ: pcr, arip

ລອງອ່ານກ່ຽວກັບ  ມາເບິງຕຳ​ນານ Black-hat Hacker ລະ​ດັບ​ໂລກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.