ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ແຈກ Galaxy S ໃຫ້ກັບຄົນທີ່ບໍ່ພໍໃຈ iPhone 4

ຂ່າວໄອທີ, ໂທລະສັບ

ລາຍ​ງານ​ຂ່າວ​ລ່າ​ສຸດ Samsung ໃນ​ UK ​ໂຕ້​ແອບ​ເປີ້ນ (Apple) ກັບ​ຄືນ​ດ້ວຍ​ການ​ສະເໜີ​ໃຫ້​ສະ​ມາດ​ໂຟນ Galaxy S ຟຼີ​ສຳລັບ​ຜູ້​ໃຊ້​ທີ່​ຮູ້ສຶກ​ບໍ່​ພໍ​ໃຈ​ກັບ​ບັນຫາ​ສາຍ​ຫລຸດ​ຂອງ iPhone 4 ໂດ​ຍທະວິດ​ເຕີລ໌​ແອກ​ເຄົາຕ໌ @samsungukmobile ກຳ​ລັງ​ພະຍາຍາມ​ຕິດ​ຕໍ່​ກັບ​ຜູ​ໃຊ້​ທີ່​ທະ​ວີດ​ກ່ຽວກັບ​ຄວາມ​ຮູ້ສຶກ​ຫຍຸ້ງຍາກ​ກັບ iPhone 4 ຊຶ່ງ​ຜູ້​ໃຊ້​ຈະ​ຕ້ອງ​ສົ່ງ​ລາຍ​ລະອຽດ​ຂອງ​ສັນຍາ ເພື່ອ​ຂໍ​ຮັບ​ຟຼີມື​ຖື Galaxy S ຈາກ Samsung

Tiffany Nieuwland ໜຶ່ງ​ໃນ​ຜູ້​ໃຊ້​ທີ່​ບໍ່​ພໍໃຈ​ກັບ iPhone 4 ທີ່​ໂພສຂໍ້ຄວາມ​ນີ້​ເທິງທະ​ວີດ​ເຕີລ໌ ແລ້ວ​ສິ່ງ​ບໍ່​ຄາດ​ຝັນ​ກໍເກິດ​ຂຶ້ນ​ກັບ​ນາງ ເມື່ອ​ນາງ​ໄດ້ຮັບ​ທະ​ວີດ​ຈາກ Samsung ທີ່​ສະເໜີ​ໃຫ້​ຟຼີ Galaxy S ສະ​ມາດ​ໂຟນ​ລຸ້ນ​ລ່າ​ສຸດ​ຂອງ​ທາງ​ບໍລິສັດ

ຢ່າງໃດກໍ​ຕາມ ນາງ​ຮູ້ສຶກ​ວ່າ​ມັນ​ຟັງ​ເບິ່ງ​ບໍ່​ໜ້າ​ເຊື່ອ ນາງ​ຈຶ່ງ​ໂທຫາ​ຫມູ່​ທີ່ Samsung ແຕ່​ໃນ​ທີ່ສຸດ​ນາງ​ກໍ​ໄດ້ຮັບ​ຄຳ​ຢືນຢັນ ແລະ​ມັນ​ກໍ​ເປັນ​ແຄມ​ເປນຈ໌​ຂອງ​ແທ້ຂອງ​ທາງ​ Samsung ໂດຍ Samsung ​ກຳ​ລັງ​ສົ່ງ Galaxy S ໃຫ້​ກັບ​ລູກ​ຄ້າ iPhone ຊຶ່ງ​ເປັນ​ການເຮັດ​ແຄມ​ເປນຈ໌​ກາ​ນຕະຫ​ລາດ​ທີ່​ບໍ່​ທຳມະດາ ແລະ​ໜ້າ​ສົນ​ໃຈ​ຫລາຍ ໂດຍ​ສະເພາະ​ຄຸນສົມບັດ​ຂອງ Galaxu S ທີ່​ເຮັດວຽກ​ດ້ວຍ Android 2.1 ແລະ​ມາ​ພ້ອມ​ກັບ​ໜ້າ​ຈໍ AMOLED ຂະໜາດ 4.0 ນິ້ວ ງານ​ນີ້​ເປັນ​ໄປ​ໄດ້​ວ່າ Samsung ກຳ​ລັງ​ເດີມ​ພັນ​ກັບ​ຈຳນວນ​ເຄື່ອງ​ທີ່​ຕ້ອງ​ແຈກ​ຟຼີອອກ​ໄປ​ແລກ​ກັບ​ການສ້າງ​ກະ​ແສ ຄວາມ​ບໍ່​ພໍ​ໃຈ​ຂອງ​ຜູ້​ໃຊ້ iPhone 4 ງານ​ນີ້​ແຮງ​ແທ້ໆ

ຕາມຄວາມຄິດຂອງຂ້າພະເຈົ້າເເມ່ນ  Samsung ກຳລັງເເກ້ເເຄ້ນທີ່ ຈ໊ອບສ໌ ເອົາມືຖືຂອງ Samsung ໄປເຮັດການທົດສອບສັນຍານຕົກ. ຕ້ອງຕິດຕາມກັນຕໍ່ໄປວ່າ ຈະມີຫຍັງເກີດຂຶ້ນ, ບໍ່ເເນ່ ປ໋າ ຈ໊ອບສ໌ ອາດຈະລຸດລາຄາ iPhone 4 ລົງກະເປັນໄດ້.

ຂໍ້​ມູນ​ຈາກ:teleguru.in, arip.co.th

ລອງອ່ານກ່ຽວກັບ  ພະນັກງານກູເກີ້ນຖືກສັ່ງໃຫ້ເຊົາໃຊ້ວິນໂດວສ໌

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.