ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຊອງແກ້ສັນຍານຫາຍ-ສາຍຫລຸດ ຂອງ iPhone 4

Gadget, ໂທລະສັບ

ຫລັງ​ຈາກ​ທີ່​ມີ​ການ​ນຳ​ສະເໜີ​ແນວ​ປະ​ຊົດ​ປະ​ຊັນ​ສຳລັບ​ວິທີ​ຖື iPhone 4 ບໍ່​ໃຫ້​ສັນຍາ​ນະ​ຫົດ​ຫາຍ ຫລື​ສາຍ​ລຸດກັນ​ໄປ​ພໍ​ສົມຄວນ​ແລ້ວ ມື້​ນີ້​ຂໍ​ສະເໜີ​ຄຳ​ຕອບ ແຕ່​ມັນ​ຄົງ​ບໍ່ແມ່ນ​ຄຳ​ຕອບ​ທີ່​ໄດ້​ມາ​ຟຼີໆ (ເພາະ​ຂອງ​ຟຼີ​ບໍ່​ມີ​ໃນ​ໂລກ) ເວັ້ນ​ແຕ່​ຈະ​ຖ້າໃຫ້​ແອບ​ເປີ້ນ (Apple) ຕັດ​ສິນ​ໃຈ​ແຈກ​ຊອງ​ຟຼີ ຊຶ່ງ​ກໍ​ບໍ່​ຮູ້​ເມື່ອໃດ ແລະ​ເບິ່ງ​ທ່າ​ທີ່ອາດຈະ​ບໍ່​ມີ​ມື້​ນັ້ນອີກດ້ວຍ

ivyskin ນະວັດຕະກຳ​ຊອງ​ໃສ່ iPhone 4 ທີ່​ທາງ​ບໍລິສັດ​ຜູ້​ຜະລິດ​ອ້າງ​ວ່າ ມັນ​ສາມາດ​ຊ່ວຍ​ປ້ອງ​ກັນ​ສາຍ​ລຸດ ແລະ​ບັນຫາ​ສັນ​ຍານ​ຫົດ​ຫາຍ​ເນື່ອງ​ຈາກ​ການ​ຖື iPhone 4 ດ້ວຍ​ມື​ຊ້າຍ​ໄດ້ IvySkin ຈະ​ເຮັດ​ຈາກ​ໂພ​ລີ່​ຄາລ໌​ບໍ​ເນດ (Polycarbonate) ທີ່​ບາງ​ທີ່ສຸດ​ໃນ​ໂລກ ໂດຍ​ມີ​ຄວາມ​ໜາ​ພຽງ 0.8 ມມ. ແລະ​ໃສ​ຈົນເກືອບ​ຈະ​ສັງເກດ​ບໍ່​ເຫັນ ຫລື​ແມ່ນແຕ່​ສຳ​ຜັດ​ກໍ່ເກືອບ​ຈະ​ບໍ່​ຮູ້ສຶກ ຕົວ​ຊອງ​ຈະ​ຜະ​ໜຶກ​ຕິດ​ໄປ​ກັບ​ຕົວ​ເຄື່ອງ​ທັງ​ດ້ານ​ໜ້າ ແລະ​ດ້ານ​ຫລັງ (ສອງ​ດ້ານ​ນີ້​ຈະ​ໜາ​ພຽງເເຕ່ 0.6 ມມ.) ຕະຫລອດ​ຈົນ​ດ້ານ​ຂ້າງ​ໂດຍ​ຮອບ

ivyskin ອ້າງ​ວ່າ ຊອງ​ປ້ອງ​ກັນ​ຮອຍ​ຂູດ​ຂີດ​ຂອງ​ທາງ​ບໍລິສັດ​ຈະ​ຊ່ວຍ​ໃຫ້​ອຸປະກອນ​ສາມາດ​ຮັບ​ສັນຍາ​ນໄດ້​ດີ (ສ່ວນຫນຶ່ງ​ມາ​ຈາກ​ການ​ທີ່​ເສົາ​ອາ​ກາດ​ໃນ​ແຖບ​ດ້ານ​ຂ້າງ​ບໍ່​ຖືກ​ສຳ​ຜັດ​ກັບ​ມື​ຜູ້​ໃຊ້​ໂດຍ ກົງ) ອີກ​ທັງ​ຍັງ​ຊ່ວຍ​ໃຫ້​ດາວນ​ໂຫລດ​ໄວ​ຂຶ້ນ ສາຍລຸດ​ຫນ້ອຍ​ລົງ ແລະ​ຄອບ​ຄຸມ​ພື້ນ​ທີ່​ໃນ​ການ​ຮັບ​ສັນ​ຍານ​ໄດ້​ກວ້າງ​ກວ່າ ທາງ​ບໍລິສັດ​ມີ​ແຜນ​ຈະ​ເປີດ​ຕົວ​ຊອງ SmartCase ສຳລັບ iPhone 3G/3GS ໃນ​ອີກ​ບໍ່ຫລາຍ​ອາທິດ​ຂ້າງ​ໜ້າ​ດ້ວຍ ສ່ວນລາ​ຄາ​ຂອງ​ມັນ​ຈະ​ຖືກ​ກວ່າ Bumper ຂອງ iPhone ເຄິງ​ໜຶ່ງ​ຄື​ຢູ່​ທີ່ 14.99 ຫລຽນຯ  ທ່ານ​ຜູ້​ອ່ານຄົນໃດ​ທີ່​ເປັນ​ເຈົ້າ​ຂອງ iPhone 4 ສາມາດ​ເຂົ້າໄປ​ສັ່ງ​ຊື້​ໄດ້​ທີ່​ເວັບ​ໄຊຕ໌ ivyskin

ຂໍ້​ມູນ ຈາກ:ivyskin, arip

ລອງອ່ານກ່ຽວກັບ  Microsoft ເປີດໂຕ Windows Phone 7.1 "Mango" ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.