ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ພາບຫລຸດຫນ້າຈໍຂອງ iPod Shuffle ລຸ້ນທີ່ 4

ຂ່າວໄອທີ

ກໍ​ມີ​ເລື່ອງ​ໜ້າ​ສົນ​ໃຈ​ມາ​ຝາກ​ທ່ານ​ຜູ້​ອ່ານ​ອີກ​ຕາມເຄີຍ ລ່າ​ສຸດ​ມີ​ການ​ປ່ອຍ​ພາບ​ຫລຸດ​ຂອງ​ຊິ້ນ​ສ່ວນ​ວົງ​ຈອນ​ທີ່​ຄາດ​ວ່າ ແອບ​ເປີ້ນ (Apple) ອາດຈະ​ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ພັດທະນາ​ລຸ້ນ​ໃໝ່​ຂອງ​ເຄື່ອງ​ຫລິ້ນ MP3 ຍອດ​ນິຍົມ​ທີ່​ມີ​ຂະໜາດ​ນ້ອຍ​ຢ່າງ​ iPod Shuffle  ຊຶ່ງ​ຫາກ​ເປັນ​ເລື່ອງ​ຈິງ ສິ່ງ​ທີ່​ທ່ານ​ຜູ້​ອ່ານ​ເຫັນ​ຢູ່​ນີ້​ອາດຈະ​ໝາຍ​ເຖິງ iPod Shuffle 4G ກໍ່​ໄດ້

ເວັບ​ໄຊຕ໌ Apple.pro ໄດ້​ເປີດ​ເຜີຍ​ພາບ​ຫລຸດ​ຂອງ​ຊິ້ນ​ສ່ວນ​ທີ່​ຄາດ​ວ່າ​ໜ້າ​ຈະ​ເປັນ​ດີ​ໄຊນ໌​ໃໝ່​ຂອງ​ເຄື່ອງ​ຫລິ້ນ iPod ໂດຍ​ລັກສະນະ​ຂອງ​ຊິ້ນ​ສ່ວນ​ທີ່​ເຫັນ​ຈະ​ເປັນ​ໜ້າ​ຈໍ​ສຳ​ຜັດ​ຂະໜາດ 1.2 ນິ້ວ ຊຶ່ງ​ທີ່​ດ້ານ​ຫລັງ​ຂອງ​ແຖ​ບວົງ​ຈອນ​ຈະ​ປາກົດສະ​ກີນ​ຄຳ​ວ່າ Apple ຊັດເຈນ ໜ້າ​ຈໍ​ດັ່ງ​ກ່າວ​ຈະ​ມາ​ພ້ອມ​ກັບ​ວົງ​ຈົນ​ເຊື່ອມ​ຕໍ່ (connector) ສອງ​ຕົວ​ນຳກັນ ໂດຍ​ຄອນ​ເນັກ​ເຕີລ໌​ຕົວ​ໜຶ່ງ​ຄາດ​ວ່າ​ໜ້າ​ຈະ​ຕໍ່​ກັບ​ປຸ່ມ Home ເຖິງວ່າ ໃນ​ຮູບ​ມັນ​ຈະ​ບໍ່​ໄດ້​ເປັນ​ສ່ວນຫນຶ່ງ​ຂອງ​ຂອບ​ໜ້າ​ຈໍ​ສຳ​ຜັດ​ກໍ​ຕາມ

ນັກ​ວິ​ເຄາະ​ຄາດ​ວ່າ ໜ້າ​ຈໍ​ດັ່ງ​ກ່າວ​ໜ້າ​ຈະ​ຖືກ​ນຳ​ມາ​ໃຊ້​ກັບ iPod Shuffle ເຄື່ອງ​ຫລິ້ນ​ມີ​ເດຍ​ທີ​ມີ​ລາ​ຄາ​ຖືກ​ທີ​ສຸດ​ທີ່​ປົກກະຕິ​ຈະ​ບໍ່​ເຄີຍ​ມີ​ໜ້າ​ຈໍ​ມາ​ກ່ອນ​ເລີຍ ແຕ່​ດ້ວຍ​ເທກ​ໂນ​ໂລ​ຍີ​ຂອງ​ໜ້າ​ຈໍ​ສຳ​ຜັດ​ທີ່​ເຮັດໃຫ້​ຄົນ​ທົ່ວ​ໂລກ​ຫລົງ​ໄຫລ​ໃນ​ຜະລິດຕະພັນ​ຂອງ ແອບ​ເປີ້ນ ເຮັດ​ໃຫ້ເປັນ​ໄປ​ໄດ້​ຢ່າງ​ສູງ​ວ່າ ມັນ​ຈະ​ຖືກ​ນຳ​ມາ​ໃຊ້​ກັບ​ເຄື່ອງ​ຫລິ້ນ​ມີ​ເດຍ​ນ້ອຍ​ຈິ່ວ​ທີ່​ປົກກະຕິ​ມີ​ແຄ່​ປຸ່ມ​ຄວບ​ຄຸມ​ການ​ໃຊ້ ງານ​ເທົ່າ​ນັ້ນ ສ່ວນ​ອື່ນໆ ຈະ​ເປັນ​ເຄດ​ພາ​ສຕິກ​ທີ່​ເສຍ​ພື້ນ​ທີ່​ໄປ​ໂດຍ​ບໍ່ມີປະໂຫຍດ ຊຶ່ງ​ການ​ປ່ຽນ​ເປັນ​ໜ້າຈໍ​ສຳ​ຜັດ​ຂະໜາດ​ນ້ອຍ​ຈະ​ເຮັດໃຫ້​ຜູ້​ໃຊ້​ສາມາດ​ຄວບ​ຄຸມ ການ​ເປີດ​ພາບ​ຂະໜາດ​ນ້ອຍ ວິ​ດີ​ໂອ ແລະ​ແອບຯ​ຕ່າງໆ ເທິງ​ເຄື່ອງ​ຫລິ້ນ​ໄດ້​ຢ່າງ​ງ່າຍ​ດາຍ ແຕ່​ຫາກ​ບໍ່​ເປັນ​ໄປ​ຕາມ​ທີ​ນັກ​ວິ​ເຄາະ​ຄາດ​ການ​ຂ້າງ​ຕົ້ນ ຈໍ​ສຳ​ຜັດ​ຂະໜາດ​ນ້ອຍ​ທີ່​ວ່າ ນີ້​ອາດຈະ​ອອກ​ແບບ​ໃຫ້​ເຮັດວຽກ​ຮ່ວມ​ກັບ​ເຄື່ອງ​ແມກ ຫລື​ບໍ່​ກໍ​ເປັນ​ຜະລິດຕະພັນ​ໃໝ່​ໄປ​ເລີຍ

ຂໍ້​ມູນ ຈາກ: gizmodo, arip

ລອງອ່ານກ່ຽວກັບ  Samsung ເປີດໃຫ້ດາວໂຫລດ ChatON Messaging ຢ່າງເປັນທາງການແລ້ວ.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.