ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວຮົ່ວ Apple ຈະບໍ່ຮຽກຄືນ iPhone 4 ໃນງານຖະແຫລງຂ່າວ

ຂ່າວໄອທີ, ໂທລະສັບ

Wall Street Journal ລາຍ​ງານ​ໂດຍ​ການ​ອ້າງ​ແຫລ່ງ​ຂ່າວ​ວ່າ ໃນ​ງານຖະເເຫລງ​ຂ່າວ​ຂອງ​ແອບ​ເປີ້ນ​ນັ້ນ​ຈະ​ບໍ່​ມີ​ການ​ປະ​ກາດ​ຮຽກ​ຄືນ iPhone 4 ແຕ່​ຢ່າງໃດ ແຕ່​ພວກເຂົາ​ກໍ​ບໍ່​ໄດ້​ລະ​ບຸ​ວ່າ​ແອບ​ເປີນ​ຈະ​ແຖມ​ເຄດ​ໃຫ້​ຟຼີຫລື​ອອກ iPhone 4 ລຸ້ນ​ປັບປຸງ​ຫລື​ບໍ່

ແຫລ່ງ​ຂ່າວ​ຍັງ​ລະ​ບຸ​ດ້ວຍ​ວ່າ ແອບ​ເປີ້ນ​ຮູ້​ບັນຫາ​ນີ້​ມາ​ກ່ອນ​ແລ້ວ ແລະ​ຍັງ​ກ່າວ​ວ່າ​ບັນຫາ​ນັ້ນ​ເກີດ​ຂຶ້ນ​ຈາກ​ກະ​ບວນ​ການ​ທົດສອບ​ທີ່​ບົກຜ່ອງ ແຕ່​ຝ່າຍ​ບໍລິຫານ​ທີ່​ນຳ​ທີມ​ໂດຍ​ ປ໋າ ສະ​ຕີ​ຟ ຈັອບສ໌​ ນັ້ນ​ຍັງ​ຄົງ​ເລືອກ​ໃຊ້​ດີ​ໄຊນ໌​ນີ້​ເພາະ​ເຮັດໃຫ້​ຕົວ​ເຄື່ອງ​ມີ​ຄວາມ​ບາງ​ແລະ​ເບົາ​ກວ່າ ນອກ​ຈາກ​ນັ້ນ​ການ​ທີ່​ບໍ່​ສາມາດ​ກວດ​ພົບ​ບັນຫາ​ໄດ້​ນັ້ນ​ເກີດ​ຂຶ້ນ​ຈາກ​ວັດທະນະທຳ​ການ​ຮັກສາຄວາມ​ລັບ​ຢ່າງ​ຮຸນແຮງ​ຂອງ​ບໍລິສັດ​ແອບ​ເປີນ​ເອງ (ຕົ້ນ​ສະບັບ​ໃຊ້ Apple’s extremely secretive nature)

ຕົວ​ຢ່າງ​ເຊັ່ນ ຈາກ​ຕົ້ນ​ແບບ iPhone 4 ທີ່​ເປັນ​ເລື່ອງ​ເປັນ​ລາວ​ໄປ​ກ່ອນ​ໜ້າ​ນີ້ ແອບ​ເປີ້ນ​ຕັ້ງ​ໃຈ​ທີ່​ຈະ​ໃຊ້​ບໍ​ດີ້​ປອມ​ແລະ​ເທກ​ນິກ​ອື່ນໆ ເພື່ອ​ເຊືອນ​ດີ​ໄຊນ໌​ຕົວ​ຈິງ​ເອົາ​ໄວ້ ເຮັດໃຫ້​ວິ​ສະວະກອນ​ແລະ​ຄົນ​ອື່ນໆ ບໍ່​ພົບ​ອາການ​ລົບກວນ​ສັນ​ຍານ​ແຕ່​ຢ່າງໃດ ນອກ​ຈາກ​ນັ້ນ ແອບ​ເປີ້ນ​ຍັງ​ໃຫ້​ເຄື່ອງ​ແກ່​ຜູ້​ໃຫ້​ບໍລິການ​ເຄືອ​ຂ່າຍ​ເພື່ອ​ທົດສອບ​ຫນ້ອຍ​ເຄື່ອງ​ກວ່າ ເກົ່າ​ແລະ​ຍັງ​ລຸດ​ເວລາ​ໃນ​ການ​ທົດສອບ​ລົງ ເພື່ອ​ໃຫ້​ສາມາດ​ວາງ​ຂາຍ​ໃນ​ວັນທີ່ 24 ມິຖຸນາ ໄດ້​ອີກ​ດ້ວຍ

ທີ່​ມາ: Wall Street Journal, Electronista, Blognone

ລອງອ່ານກ່ຽວກັບ  Chrome ຍົກເລີກການສະຫນັບສະຫນຸນ ວິດີໂອແບບ H.264

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.