ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໄມ​ໂຄ​ຊອຟົທ໌ ແຈກ Windows Phone 7 ໃຫ້ກັບພະນັກງານ

ຂ່າວໄອທີ, ໂທລະສັບ

ທັນ​ທີ​ທີ່​ໄມ​ໂຄ​ຊອຟົທ໌ (Microsoft) ນຳ​ສະເໜີ Technical Preview ສຳລັບ Windows Phone 7 ໄປ​ເມື່ອ​ຕົ້ນ​ອາທິດ ລ່າ​ສຸດ​ທາ​ງບໍ​ລິສັດ​ຍັງ​ຄົງ​ເດີນ​ເກມ​ລຸກ​ໜັກ​ກັບ​ໂອ​ເອດສະມາດ​ໂຟນ​ລຸ້ນ​ນີ້​ດ້ວຍ​ການ​ແຈກ​ຟະ​ລີ Windows Phone 7 ກັບ​ພະ​ນັກ​ງານ​ທົ່ວ​ໂລກ​ຮ່ວມ 90,000 ຄົນ ໂດຍ​ສະເພາະ​ພະ​ນັກ​ງານ​ໃນ​ຜະແນກ​ຂາຍ ແລະ​ປະ​ຊາ​ສຳພັນ​ທີ່​ມີ​ຫນ້າທີ່​ຕ້ອງ​ຕິດ​ຕໍ່​ກັບ​ຄູ່​ຄ້າ ແລະ​ສື່​ນອກ​ບໍລິສັດ ນັບ​ເປັນ​ກ້າວ​ທີ່​ກ້າ​ແລະ​ໜ້າ​ສົນ​ໃຈ​ຫລາຍໆ ສຳລັບ​ການ​ຕັດ​ສິນ​ໃຈ​ທຸ່ມ​ທຶນ​ໃນ​ເທື່ອ​ນີ້

ຄວາມ​ຈິງ ພະ​ນັກ​ງານ​ໃນ​ໄມ​ໂຄ​ຊອຟົທ໌​ຫລາຍ​ພັນ​ລາຍ​ໄດ້​ໃຊ້ Windows Phone ກັນ​ແລ້ວ​ກ່ອນ​ໜ້າ​ນີ້ ແຕ່​ບໍ່​ໄດ້​ໃຊ້​ເປັນ​ປະຈຳ ເປົ້າ​ໝາຍ​ຂອງ​ການ​ທຸ່ມ​ທຶນ​ຄັງ​ນີ້​ກໍ​ເພື່ອ​ສ້າງ​ກະ​ແສ​ຂອງ Windows Phone ໃຫ້​ເກີດ​ຂຶ້ນ​ກັບ​ຄົນ​ພາຍ​ໃນ​ບໍລິສັດ​ກ່ອນ ເນື່ອງ​ຈາກ​ກ່ອນ​ໜາ​ນີ້​ມີ​ລາຍ​ງານ​ວ່າ ພະ​ນັກ​ງານ​ຫລາຍ​ຄົນ​ໃຊ້ iPhone ຂອງ Apple ຄູ່​ແຂ່ງ​ໝາຍ​ເລກ​ໜຶ່ງ​ຂອງ​ບໍລິສັດ

ຢ່າງໃດ​ກໍ​ຕາມ ຫາກ​ຍ້ອນ​ກັບ​ໄປ​ໃນ​ປີ 2007 ເມື່ອຄັ້ງທີ່​ iPhone ເປີດ​ຕົວ ສະ​ຕີ​ຟ ຈອບສ໌​ໄດ້​ກ່າວ​ໃນ​ທີ່​ປະ​ຊຸມ​ຂອງ​ບໍລິສັດ​ວ່າ ພະ​ນັກ​ງານ​ທີ່​ເຮັດວຽກ​ເຕັມ​ເວລາ ແລະ​ເຮັດວຽກ​ກັບ Apple ມາ​ແລ້ວ​ຫລາຍກວ່າ​ໜຶ່ງ​ປີ​ຈະ​ໄດ້ຮັບ iPhone ໄປ​ໃຊ້​ຟຼີ! ສຳລັບ​ການ​ແຈ​ກສະມາດ​ໂຟນ Windows Phone 7 ໃຫ້​ກັບ​ພະ​ນັກ​ງານ​ບໍລິສັດ​ໄມ​ໂຄ​ຊອ​ຟົທ໌​ແທບ​ທຸກ​ຄົນ ບໍ່​ໄດ້​ມີ​ການ​ເປີດ​ເຜີຍ​ວ່າ ມັນ​ຈະ​ເປັນ​ລຸ້ນ​ໃດ ຫລື​ຈາກ​ຜູ້​ຜະລິດ​ລາຍ​ໃດ​ນຳ.

ທີ່ມາ: moconews, arip.co.th

ລອງອ່ານກ່ຽວກັບ  ຂະບວນ “ແທັບເລັດ” Windows 7 ກຳລັງມາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.