ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຜົນການທົດສອບ Android 2.2 ນຳຫ່າງ iOS 4

ຂ່າວໄອທີ, ໂທລະສັບ

ນະເວລາ​ນີ້​ຄືສິບໍ່​ມີ​ຄູ່​ຊົກ​ໃດ​ທີ່​ໜ້າ​ທົດສອບ​ເທົ່າ​ກັບ​ລະບົບ​ປະຕິບັດການ​ມື​ຖື​ສຸດຮ໋ອດ​ຢ່າງ iOS 4 ຂອງ Apple ກັບ Android 2.2 (Froyo) ຂອງ Google ລ່າ​ສຸດ​ທາງ​ເວັບ​ໄຊຕ໌ Ars Technica ໄດ້​ທົດສອບ​ໂອ​ເອດ​ທັງ​ສອງ​ຕົວ​ນີ້​ແລ້ວ ຊຶ່ງ​ຜົນ​ປາກົດ​ວ່າ ຄະ​ແນນ​ໃນ​ສ່ວນ​ຂອງ​ການ​ປະ​ມວນ​ຜົນ JavaScript ທີ່​ນິຍົມ​ໃຊ້​ໃນ​ການ​ພັດທະນາ​ເວັບ​ໄຊຕ໌​ສຳລັບ Android 2.2 ຈະ​ໄວ​ກວ່າ iOS 4 ເປັນ​ເທົ່າ​ຕົວ​ເລີຍ​ທີ​ດຽວ

ໃນ​ການ​ປຽບທຽບ​ເທື່ອ​ນີ້​ທາງ ເວັບ​ໄຊຕ໌​ດັ່ງ​ກ່າວ​ໄດ້​ເລືອກ​ໃຊ້ iPhone 4 ທຽບ​ຊັ້ນ​ຕຳສະ​ເປັກ​ກັບ Nexus One ໂດຍ​ໃຊ້​ຊອຟົຕ໌​ແວລ໌​ທົດສອບ​ຄວາມ​ໄວ​ໃນ​ການ​ປະ​ມວນ​ຜົນ​ຈາ​ວາດ​ຄິບທ໌2 ຕົວ​ນຳກັນ​ຄື SunSpider ແລະ V8 ຊຶ່ງ​ຄວາມ​ຈິງ​ນອກ​ຈາກ​ເລື່ອງ​ຂອງ​ການ​ປຽບທຽບ​ຄວາມ​ໄວ​ໃນ​ສ່ວນ​ນີ້​ແລ້ວ ເຊື່ອ​ວ່າ​ມັນ​ຈະ​ຍັງ​ຄົງ​ມີ​ອີກ​ຫລາຍ​ປະ​ເດັນ​ທີ່​ໜ້າ​ຈະ​ມີ​ການ​ປຽບທຽບ​ຕາມ​ມາ​ໃນ​ໄວ​ໆນີ້​ຢ່າງ​ແນ່ນອນ


ຢ່າງໃດ​ກໍ​ຕາມ ຜົນ​ຈາກ​ການ​ທົດສອບ​ດ້ວຍ​ໂປ​ແກມ​ທັງ​ສອງ​ຕົວ​ປາກົດ​ວ່າ ການ​ປະ​ມວນ​ຜົນ​ຈາ​ວາດ​ຄິບທ໌​ທີ່​ວັດ​ໂດຍ SunSpider ລະບົບ​ປະຕິ​ບັດການ Android 2.2 ຈະ​ໄວ​ກວ່າ iOS 4 ເກືອບ 2 ເທົ່າ ໃນ​ຂະນະ​ທີ່ V8 ໃຫ້​ຄະ​ແນນ​ປະ​ສິດ​ທິ​ພາບ​ຂອງ​ການ​ປະ​ມວນ​ຜົນ JavaScript ຂອງ Android 2.2 ສູງ​ກວ່າ iOS 4 ເປັນ 3 ເທົ່າ​ກັນ​ເລີຍ​ທີ​ດຽວ ແຕ່​ຢ່າຟ້າວ​ກ່ອນ ເນື່ອງ​ຈາກ​ຂໍ້​ມູນ​ທີ່​ໄດ້ຮັບ​ຮູ້​ບ່ອນນີ້​ກັບ​ສິ່ງ​ທີ່​ໄດ້​ເຫັນ​ໃນ​ໂລກ​ຂອງ​ຄວາມ​ເປັນ​ຈິງ ອາດຈະ​ບໍ່​ເປັນ​ເຊັ່ນ​ຢ່າງ​ທີ່​ເຫັນ​ກໍ​ໄດ້ ເພາະ​ໃນ​ໂລກ​ຂອງ​ເວັບ​ຍັງມີ​ຕົວ​ແປ​ຂອງ​ການ​ສະແດງ​ຜົນ​ອີກ​ຕົວ​ໜຶ່ງ​ທີ່​ບໍ່​ອາດມອງຂ້າມ​ໄປ​ໄດ້ ນັ້ນ​ກໍ​ຄື Flash ຊຶ່ງ​ຄິບ​ຂ້າງ​ເທິງ​ຂອງ Engadget ຈະ​ເປັນ​ການ​ທົດສອບ​ການ​ໂຫລດ​ເວັບ​ລະຫວ່າງ iPhone 4 (iOS 4) ກັບ Nexus One (Froyo) ຜົນ​ປາກົດ​ວ່າ ຄວາມ​ໄວ​ແທບ​ບໍ່​ຕ່າງ​ກັນ ແຖມ​ຍັງ​ເບິ່ງ​ເໝືອນ iOS 4 ຈະ​ຊະນະ Froyo ດ້ວຍ​ຊ້ຳ ສ່ວນ​ຄິບ​ຂ້າງ​ລຸມ​ນີ້ Froyo ຊະນະ iO 4 ເຫດຜົນ​ກໍ​ຄື ບໍ່​ຕ້ອງ​ໃຫ້ Froyo ຕ້ອງ​ໂຫລດ Flash ຂຶ້ນ​ມາ​ນັ້ນ​ເອງ

ຂໍ້ມູນຈາກ: examiner, arip

ລອງອ່ານກ່ຽວກັບ  ເຜີຍແລ້ວວ່າຈະມີຫຍັງໃນງານ WWDC 2011 ທີ່ສຳຄັນມີ iCloud ແນ່ນອນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.