ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Office Web Apps ເລີ່ມເປີດໃຫ້ບໍລິການແລ້ວ

ຂ່າວໄອທີ

ລາຍງານຂ່າວລ່າສຸດ ໄມໂຄຊອຟົທ໌ (Microsoft) ຊຸ່ມເປີດຕົວງຽບໆ ສຳລັບ Office Web Apps ໃນ US, Ireland, Blighty and Canada. ໂດຍໃຫ້ບໍລິການຜ່ານບໍລິການພື້ນທີ່ເກັບຂໍ້ມູນອອນໄລນ໌ທີ່ຊື່ວ່າ SkyDrive ຊຶ່ງທາງບໍລິສັດມີແຜນເປີດບໍລິການນີ້ຂຶ້ນມາ ເພື່ອຕໍ່ກອນກັບ Google Docs ນັ້ນເອງ.

ບໍລິການເວັບແອບຯດັ່ງກາວຈະຢູ່ໃນເວັບໄຊຕ໌ office.live.com ໂດຍຜູ້ໃຊ້ສາມາດວິວ ແກ້ໄຂ ແລະແຊລ໌ໄຟລ໌ເອກະສານ Word, PowerPoint, Excel ແລະ OneNote ຈາກບຼາວເຊີລ໌ໄດ້ ຊຶ່ງຄຸນສົມບັດໃໝ່ຂອງບໍລິການກໍຈະລວມເຖິງຄວາມສາມາດໃນ ການອັບໂຫລດໄຟລ໌ເອກະສານດ້ວຍ ໂດຍຖ້າທ່ານໃຊ້ Silverlight ເຈົ້າກໍຈະສາມາດອັບໂຫລດໄຟລ໌ເອກະສານແບບຕໍ່ເນື່ອງໄດ້ ເອກະສານທີ່ໄດ້ຮັບການແກ້ໄຂກ່ອນໜ້ານີ້ຈະສະແດງໃຫ້ເຫັນດ້ວຍ ຊຶ່ງເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖິງໄຟລ໌ຕ່າງໆ ໄດ້ຢ່າງງ່າຍດາຍ

ສຳລັບຄວາມສາມາດໃນການເຮັດວຽກກັບເອກະສານຮ່ວມກັນ (collaboration) Web Apps ເທິງ SkyDrive ຈະເປີດໂອກາດໃຫ້ຜູ້ໃຊ້ຫລາຍໆ ຄົນສາມາດເຂົ້າເຖິງ ແລະແກ້ໄຂເອກະສານໄດ້ພ້ອມກັນ ແລະບໍ່ມີໃຜສາມາດລັອກເອກະສານນັ້ນໄດ້ ຫາກຜູ້ໃຊ້ເຮັດການແກ້ໄຂຜິດພາດ ຫລືບໍ່ມັກສິ່ງທີ່ຜູ້ໃຊ້ບາງຄົນແກ້ໄຂໃນເອກະສານໄປແລ້ວ ກໍສາມາດຍ້ອນກັບໄປເບິ່ງເວີລ໌ຊັນທີ່ມີການແກ້ໄຂກ່ອນໜ້ານີ້ໄດ້

Office.live.com ຈະເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖິງ ແລະແກ້ໄຂເອກະສານໄດ້ທຸກທີ່ທຸກເວລາ ທັງເທິງໂນດບຸ໊ກ ຫລືເນັດບຸ໊ກ ທີ່ເຊື່ອມຕໍ່ເນັດຕະຫລອດຈະສະມາດໂຟນ ໄມໂຄຊອຟົທ໌ກ່າວວ່າ ຈະມີການໃຫ້ລາຍລະອຽດກ່ຽວກັບເວັບແອບຯໃນອາທິດໜ້າ ຫລັງຈາກເປີດຕົວ Office 2010

ຂໍ້ມູນຈາກ: channelregister, Arip.co.th

ລອງອ່ານກ່ຽວກັບ  Apple ເປີດໃຫ້ນັກພັດທະນາໂປຼແກຼມໃນ OS X ທົດລອງ Find My Mac ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.