ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Logitech Revue ກູ​ເກີ້ນ​ທີ​ວີ​ບ໊ອກມາແລ້ວ

ຂ່າວໄອທີ

ໃນ​ທີ່ສຸດ ລໍ​ຈິ​ເທກ (Logitech) ໜຶ່ງ​ໃນ​ພັນ​ທະ​ມິດ​ທີ່​ເຂົ້າ​ຮ່ວມ​ຜະລິດ​ອຸປະກອນ​ສຳລັບ Google TV ນອກ​ຈາກ​ໂຊ​ນີ້ (Sony) ແລະ​ອິນ​ເທວ (Intel) ກໍ​ໄດ້​ຊື່​ຮຽກ​ຢ່າງ​ເປັນ​ທາງ​ການ​ຂອງ Google TV box ຂອງ​ທາງ​ບໍລິສັດ​ເສຍ​ທີ ໂດຍ​ມັນ​ມີ​ຊື່​ຮຽກວ່າ Logitech Revue

Logitech Revue ກູ​ເກີ້ນ​ທີ​ວີ​ບ໊ອກທີ່​ມາ​ພ້ອມ​ກັບ​ຟັງຊັນ​ການ​ໃຊ້​ງານ​ຄົບ​ຖ້ວນ​ຕາ​ມສະເປັກ​ຂອງ​ກູເກີ້ນ ໂດຍ​ສະເພາະ​ຄວາມ​ສາມາດ​ໃນ​ການ​ລວມ​ຄອນ​ເທັນຕ໌​ຈາກ​ສື່​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ເວັບ ເຄ​ເບີ້ນ ແລະ​ດາວ​ທຽມ ຕະຫລອດ​ຈົນ​ລັນ​ແອບ​ພິ​ເຄ​ຊັນ ແລະ​ການ​ໃຊ້​ລະບົບ​ຮຽກ​ສາຍ​ແບບ​ເຫັນ​ໜ້າ​ເຫັນ​ຕາ​ຜ່ານ​ວິ​ດີ​ໂອ (video calling) ເທິງ​ທໍລະທັດ ນອກ​ຈາກ​ນີ້ ຜູ້​ໃຊ້​ຍັງ​ສາມາດ​ໃຊ້​ແອບຯ​ເທິງ​ແອ​ນດ​ລອຍດ໌ ຫລື​ໄອ​ໂຟນ ເພື່ອ​ຄວບ​ຄຸມ​ລະບົບ​ໂຮມ​ເທຍ​ເຕີລ໌​ແທນ​ລີ​ໂມດ​ໄດ້​ຢ່າງ​ສົມບູນ​ແບບ​ອີກ​ດ້ວຍ Logitech Revue ຈະ​ວາ​ງຕະຫລາດ​ໃນ​ຊ່ວງ​ໄຕ​ມາດ​ສຸດ​ທ້າຍ​ຂອງ​ປີ​ນີ້ ສ່ວນລາ​ຄາ​ຍັງ​ບໍ່​ເປັນ​ທີ່​ເປີດ​ເຜີຍ ຢ່າງໃດ​ກໍ​ຕາມ ສຳລັບ​ທ່ານ​ຜູ້​ອ່ານ​ທີ່​ຍັງ​ບໍ່​ຮູ້​ກຽວ​ກັບ Google TV ວ່າ​ມັນ​ດີ​ຢ່າງໃດ ແນະ​ນຳ​ໃຫ້​ຊົມ​ຄິບ​ອະທິບາຍ​ສັ້ນໆ ​ຂ້າງ​ລຸມ​ນີ້​ເບິ່ງ

ທີ່ມາ: Logitech, Arip.co.th

ລອງອ່ານກ່ຽວກັບ  ຍອດຂາຍ IPAD ມື້ທໍາອິດທະລຸສາມເເສນເຄື່ອງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.