ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft Kinect ກັບ Xbox 360 ໂສມ​ໃໝ່!!!

ຂ່າວໄອທີ

ຈາກ​ຂ່າວ​ລ່າ​ສຸດ ເບິ່ງ​ຄືກັບວ່າ ໂປ​ເຈັກນາ​ທານ (Natal) ອິນ​ເຕີລ໌​ເຟ​ຊ​ສຳລັບ​ການ​ຫລິ້ນ​ເກມດ້ວຍ​ວິທີ​ການ​ອອກ​ທ່າ​ທາງ​ຂອງ​ຮ່າງກາຍ​ໂດຍ​ບໍ່​ຕ້ອງ​ມີ ການ​ຖື​ຈອຍ ຫລື​ອຸປະກອນ​ໃດໆ ຈະ​ໄດ້​ຊື່​ຢ່າງ​ເປັນ​ທາງ​ການ​ແລ້ວ ນັ້ນ​ກໍ​ຄື Kinect (Kinetic+connect) ອີກ​ທັງ​ຍັງມີ​ຂ່າວ​ລື​ອອກ​ມາ​ອີກ​ດ້ວຍ​ວ່າ ເຄືອງ​ຫລິ້ນ Xbox 360 ທີ່​ມີ​ອາ​ຍຸ​ກວ່າ 4 ປີ​ໃນ​ທ້ອງຕະຫລາດ​ຈະ​ໄດ້ຮັບ​ການ​ອອກ​ແບບ​ໃໝ່ (redesign) ແລະ​ມາ​ພ້ອມ​ກັບ​ຮາລ໌​ດດິດກ໌ 250GB ຊຶ່ງ​ຈະ​ເຜີຍ​ໂສມ​ໃນ​ງານ E3 2010

ເວັບ​ໄຊຕ໌​ຫລາຍ​ແຫ່ງ​ໄດ້​ມີ​ລາຍ​ງານ​ການ​ພົບ​ເຫັນ​ໂຄສະນາ ເທິງ​ເວັບ​ໄຊຕ໌​ໃນ​ອິ​ຕາ​ລີ​ຊື່ Console Tribe ຊຶ່ງ​ເປັນ​ພາບ​ຂອງ Xbox 360 ດີ​ໄຊນ໌​ໃໝ່​ທີ່​ຈະ​ມາ​ພ້ອມ​ກັບ​ຮາລ໌​ດ​ດິດກ໌​ຄວາມ​ຈຸ 250GB ແລະ​ຄວາມ​ສາມາດ​ໃນ​ການ​ເຊື່ອມ​ຕໍ່​ໄຮ້​ສາຍ Wifi ໃນ​ຕົວ ຂະນະ​ດຽວ​ກັນ​ກໍ​ມີ​ລາຍ​ງານ​ດ້ວຍ​ວ່າ ໂປ​ເຈັກ​ນາ​ທານ​ມີ​ຊື່​ຢ່າງ​ເປັນ​ທາງ​ການ​ວ່າ Kinect

Kinect ເປັນ​ອຸປະກອນ​ເສີມ​ການ​ຫລິ້ນ​ເກມທີ​ເຮັດວຽກ​ຮ່ວມ​ກັບ Xbox 360 ໂດຍ​ຈະ​ເຮັດໃຫ້​ຜູ້​ບໍລິໂພກ​ໄດ້​ປະສົບການ​ໃນ​ການ​ຫລິ້ນ​ເກມແບບ​ໃໝ່ ຊຶ່ງ​ເປັນ​ອິດສະລະ​ຈາກ​ອຸປະກອນ​ຄວບ​ຄຸມ ຫລື​ຈອຍ​ແພດ​ໃດໆ ໂດຍ​ກ້ອງ ແລະ​ໄມ​ໂຄ​ໂຟນ​ຂອງ Kinect ຈະ​ສາມາດ​ຮູ້​ຈຳ​ໃບ​ໜ້າ ແລະ​ສ່ວນ​ຕ່າງໆ ຂອງ​ຮ່າງກາຍ ຕະຫລອດ​ຈົນ​ສຽງ​ຂອງ​ຜູ້​ຫລິ້ນ ເພື່ອ​ໃຊ້​ໃນ​ການ​ຄວບ​ຄຸມ ແລະ​ໂຕ້​ຕອບ​ກັບ​ເກມໄດ້​ໂດຍ​ກົງ ຊຶ່ງ​ເຮັດໃຫ້​ເບິ່ງຄືກັບ​ວ່າຜູ້​ຫລິ້ນ​ໄດ້​ເຂົ້າໄປ​ຢູ່ໃນ​ເກມຢ່າງ​ແທ້​ຈິງ ໄມ​ໂຄ​ຊອຟົທ໌​ຄາດ​ວ່າ Kinect ຈະ​ສາມາດ​ຊ່ວງ​ຊິງ​ສ່ວນ​ແບ່​ງຕະຫລາດ​ຈາກ Nintendo Wii ໄດ້ ໂດຍ​ຕັ້ງ​ເປົ້າ​ຍອດ​ຂາຍ 5 ລ້ານ​ຊຸດ​ພາຍ​ໃນ​ປີ 2010 ສຳລັບ​ຕົວ​ຢ່າງ​ເກມ​ທີ່​ໃຊ້​ຫລິ້ນ​ກັບ Kinect ແລະ​ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ພັດທະນາ​ຢ່າງເຊັ່ນ

  • Kinectimals ເກມຝຶກ​ສັດ​ລ້ຽງ​ແລະ​ສັດ​ປ່າ​ກວ່າ 20 ຊະນິດ ຕັ້ງ​ແຕ່​ແມວ​ໄປ​ຈົນ​ເຖິງ​ເສືອ​ຊີ​ຕ້າ​ແລະ​ສິງ​ໃຫຍ່
  • Joyride ເກມ​ແຂ່ງ​ລົດ ຜູ້​ຫລິ້ນ​ສາມາດ​ໃຊ້​ມື​ເຮັດ​ທ່າ​ຈັບ​ພວງ​ມະ​ໄລ ເພື່ອ​ຄວບ​ຄຸມ​ລົດ​ແຂ່ງ​ໃນ​ເກມ ຫລື​ດັນ​ມື​ໄປ​ທາງ​ໜ້າ ເພື່ອ​ເລັ່ງ​ເຄື່ອງ ລວມ​ເຖິງ​ການ​ໃຊ້​ຮ່າງກາຍ​ເຮັດໃຫ້​ລົດ​ກະ​ໂດດ​ຂ້າມ​ສິ່ງ​ກີດ​ຂວາງ ເປັນ​ຕົ້ນ
  • Kinect Sports ເກມກີລາ 6 ຢ່າງ​ໄດ້​ແກ່ ຊົກ​ມວຍ ໂບວ໌​ລິ່ງ ບານສົ່ງຊາຍຫາດ ແລ່ນ​ແຂ່ງ ເຕະບານ ແລະ​ປິງ​ປອງ ຕົວ​ຢ່າງ​ການ​ຫລິ້ນ ເຊັ່ນ ເວລາ​ ເ​ສິບ​ບານສົ່ງ ທ່ານຈະ​ຕ້ອງ​ເຮັດ​ທ່າ​ຄືກັບນັກເສີບໃນສະຫນາມ​ແທ້ໆ ຫລື​ຖ້າ​ເປັນ​ເກມເຕະບານ ທ່ານ​ກໍ​ຈະ​ສາມາດ​ເຕະ​ບານອອກ​ໄປ​ໄດ້
  • Kinect Adventures ເກມເຮືອ​ລ່ອງ​ແກ່ງ​ທີ່​ຜູ້​ຫລິ້ນ 4 ຄົນ​ຈະ​ຕ້ອງ​ຊ່ວຍ​ກັນ​ບັງຄັບ​ໃຫ້​ຜ່ານ​ອຸປະສັກ​ຕ່າງໆ ໂດຍ​ການ​ໂນ້ມ​ໂຕ ຫລື​ກະ​ໂດດ ເພື່ອ​ກົດ​ໜ້າ​ເຮືອ​ບໍ່​ໃຫ້​ຄວັມເສຍ​ກ່ອນ
  • Dance Central ເກມ​ເຕັ້ນ​ທີ່​ພັດທະນາ​ໂດຍ MTV Games ແລ້ວ​ທ່ານຈະ​ລືມ​ເກມເຕັ້ນ​ແບບ​ເດີມໆ ເພາະ​ທ່ານຈະ​ຕ້ອງ​ອອກ​ທ່າ​ເຕັ້ນ​ທັງ​ຕົວ ບໍ່ແມ່ນ​ພຽງເເຕ່​ຕີນ​ຫຍຽບ​ແບບ​ເດີມໆ ເທົ່າ​ນັ້ນ
  • Star Wars ເກມ ອະ​ພິ​ມະຫາ​ສົງ​ຄາ​ມອາວ​ະກາດ​ທີ່​ມີ​ການ​ພັດທະນາ​ມາ​ຕັ້ງ​ແຕ່​ຍຸກ​ຮຸ່ງເຮືອງ​ຂອງ​ການ​ໃຊ້​ຈອຍ​ສະຕິ​ກ​ໃນ ການ​ບັງ​ຄັບຍານ​ຮົບ ໃນ​ເວີລ໌​ຊັນ​ຂອງ Kinect ໄມ​ໂຄ​ຊອຟົທ໌​ຢືນຢັນ​ວ່າ ທ່ານຈະ​ໄດ້​ພົບ​ກັບ​ປະສົບການ​ໃນ​ການ​ຫລິ້ນ​ທີ່​ເໜືອ​ກວ່າ​ເດີມ

ທີ່ມາ: 1UP,Arip.co.th

ລອງອ່ານກ່ຽວກັບ  Nokia ແລະ Microsoft ຈັບມືກັນ ອອກ Nokia Windows Phone 7

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.