ເລື່ອງລາວຂອງ TECH, STARTUP, ແລະ DIGITAL

IDrive ​ໂປຼ​ແກຼມ​ຊ່ວຍ Backup ແລະ Restore ແບບອອນໄລ໌

FREE WARE

iDrive ເປັນ​ທັງ​ໂປຼ​ແກຼມ​ຊ່ວຍ Backup ແລະ Restore ໂດຍ​ທີ່ iDrive ນັ້ນ​ຈະ​ເກັບ​ໄຟລ໌​ສຳ​ຄັນໆ​ຂອງ​ເຮົາ​ໄວ້​ໃຫ້​ເທິງ Server ຂອງ iDrive ຊຶ່ງ​ກໍ​ອາດຈະ​ປອດ​ໄພ​ iDrive ມີ​ຂໍ້​ດີ​ຕໍ່ໄປ​ນີ້

  1. ຖ້າ​ໃຊ້​ແບບ​ຟຣີ ຈະ​ເກັບ​ໄດ້ 2Gb ພຽງ​ພໍ​ຕໍ່​ການ​ເກັບ​ງານ​ແລະ​ຮູບ​ພາບ​ສຳຄັນ​ໆ. ແຕ່ຖ້າຢາກໄດ້ອີກກໍ່ພຽງແຕ່ເເນະນຳຫມູ່ເທົ່ານີ້ງ່າຍໆກໍ່ໄດ້ອີກ 10GB
  2. iDrive ເຂົ້າ​ລະ​ຫັດ​ຂໍ້​ມູນ​ຕອນ​ສົ່ງ​ດ້ວຍ SSL 128bit ແລະ ເກັບ​ຂໍ້​ມູນ​ເທິງ Server ເປັນ AES 256 bit
  3. iDrive ສາມາດ​ເຂົ້າ​ທາງ​ໜ້າ​ເວັບ​ໄດ້ ເຊັ່ນ​ຖ້າ​ເຮົາ Backup ໄຟລ໌ເອົາ​ໄວ້​ເທິງ Server ແຕ່​ພໍ​ຈະ​ໃຊ້​ງານ​ຂຶ້ນ​ມາ​ຕອນ​ຢູ່​ນອກ​ເຮືອນ ພຽງແຕ່ເປີດ​ເບ​ລາ​ເຊີລ໌​ແລ້ວ Login ເຂົ້າ iDrive ກໍ​ໄປ​ເອົາ​ໄຟລ໌​ໄດ້​ງ່າຍໆ
  4. iDrive ເກັບ​ໄຟລ໌​ເປັນ​ລັກສະນະ ເວີລ໌​ຊັ່ນ ໝາຍ​ເຖິງ​ໃນ​ໄຟລ໌​ດຽວ​ກັນ ເຮົາ​ສາມາດ​ເອົາ​ຕົວ​ສຳ​ເນົາ​ຂອງ​ເມື່ອ 2-3 ເດືອນ​ກ່ອນທີ່ຈະ​ແກ້​ໄຂ​ຫຍັງ​ບາງຢ່າງ​ລົງ​ໄປ​ໄດ້​ດ້ວຍ

ວິທີ​ການ​ສະໝັກ​ແລະ​ຕິດ​ຕັ້ງ iDrive

  1. ເປີດ​ບຼາວ​ເຊີລ໌​ຂອງ​ເຮົາ​ໄປ​ຕາມນີ້ເລີຍຫລືຄ້ານພິມກະຄິກ http://www.idrive.com
  2. ເລືອກ​ດ້ານ​ຊ້າຍ​ລຸ່ມບ່ອນຫົວຂໍ້ iDrive Basic ເລືອກ Sign Up
  3. ໃສ່ລະອຽດ​ໃຫ້​ຄົບ ໂດຍ​ສະເພາະ Email ຢ່າ​ໃສ່ມົ່ວໆ ເພາະ​ຖ້າ​ເຮົາ​ລືມ Account ເຂົ້າ iDrive ເຮົາ​ຍັງ​ໃຊ້ Email ກູ້ລະຫັດ​ຜ່ານ​ໄດ້
  4. ໃສ່ເເລ້ວ​ກໍ​ກົດ​ປຸ່ມ​ດາວໂຫລດ ໂປ​ແກມ iDrive Classic ກັນ​ເລີຍ
  5. ເມື່ອ​ສຳເລັດ​ແລ້ວ​ກໍ​ກົດ Next ​ໄປເພື່ອ​ຕິດ​ຕັ້ງ

ວິທີ​ການ​ໃຊ້​ງານ iDrive

  1. ເມື່ອ​ເປີດ​ໂປ​ແກມ iDrive ເຮົາ​ຈະ​ຕ້ອງ​ຕໍ່ Internet ຢູ່​ດ້ວຍ ​ເພື່ອ Login ເຂົ້າໄປ​ໃນ Drive Online ຂອງ​ເຮົາ
  2. ຈາກ​ນັ້ນ​ໂປ​ແກມ​ຈະໃຫ້​ຕັ້ງ ກະ​ແຈ​ເຂົ້າ​ລະ​ຫັດ​ທີ່​ຈະ​ລັອກ​ໄຟລ໌​ຂອງ​ເຮົາ​ບໍ່​ໃຫ້​ໃຜ​ມາ​ອ່ານ​ໄດ້ ບ່ອນ​ນີ້​ຈະໃຫ້​ລະບົບ​ສ້າງ​ໃຫ້ ຫລື​ກົດ​ສ້າງ​ເອງ​ກໍ​ໄດ້ ແຕ່​ຫ້າມ​ລືມ​ເດັດ​ຂາດ
  3. ຈາກ​ນັ້ນ ຕົວ​ໂປ​ແກມ​ກໍ​ຈະໃຫ້​ເຮົາ​ເລືອກ Folder ທີ່​ຈະໃຫ້ Backup ໂດຍ​ທີ່​ມັນຈະ​ເລືອກ My Document ມາ​ໃຫ້​ໂດຍ​ອັດ​ໂນ​ມັດ ຊຶ່ງ​ຖ້າ​ເຮົາ​ບໍ່ Backup ສ່ວນ​ນັ້ນ​ກໍ​ຕິ​ກ​ອອກ​ກໍ​ໄດ້
  4. ພໍ​ເລືອກ​ແລ້ວ​ຮຽບຮ້ອຍ ກໍ​ກົດ​ປຸ່ມ Backup Now ແລ້ວ​ກໍ​ຖ້າ  ຊຶ່ງ​ສຳລັບ​ເທື່ອ​ທຳອິດ ຜົມ​ແນະ​ນຳ​ວ່າ​ໃຫ້​ຄ່ອຍ​ໆ Backup ໄປ​ເທື່ອລະ​ສ່ວນ ຫລື​ບໍ່​ກໍ Backup ກ່ອນ​ນອນ​ແລ້ວ​ຖິ້ມ​ເຄື່ອງ​ໄວ້​ເລີຍ ເພາະ​ເທື່ອ​ທຳອິດໃຊ້ຈະ​ດົນ​ຫລາຍ​ ແຕ່​ເທື່ອ​ຕໍ່ໄປ ຕົວ​ໂປ​ແກມ iDrive ຈະ​ຄົ້ນ​ຫາ​ສະເພາະ​ໄຟລ໌​ໃໝ່ ຫລື​ໄຟລ໌​ທີ່​ແຕກ​ຕ່າງ​ແລ້ວ Upload ຂຶ້ນ Server ດັ່ງ​ນັ້ນ​ຈະ​ໄວ​ກວ່າ​ຫລາຍ

ຫມາຍເຫດ: ໂປຼແກຼມນີ້ຍັງມີສຳຫລັບ iPhone, Blackberry, Android ໂດຍ ຄິກເຂົ້າໄປຕາມນີ້ເລີຍ ແລະເອົາໃຈນັກຂຽນບ໊ອກ ໂດຍຈະມີເປັນ Plug in ສຳຫລັບ wordpress ອີກດ້ວຍ ຖ້າຢາກໄດ້ ກໍ່ຄິກທີ່ນີ້ເລີຍ

Credit: freeware.in.th

ລອງອ່ານກ່ຽວກັບ  Windows7 theme ໃຫມ່ໆງາມໆຈາກ Microsoft

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.