ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກ້ອງ​ວິ​ດີ​ໂອ Hello Kitty ສຳລັບ​ເດັກນ້ອຍ

Gadget

ແລະ​ແລ້ວ​ກໍ​ເຖິງ​ເວລາ​ຂອງ​ກ້ອງ​ວິ​ດີ​ໂອ​ຂອງ​ນ້ອງ​ແມວ​ຄິດ​ຕີ້ (Hello Kitty Camcoder) ອີກ​ເທື່ອ ເມື່ອ​ບໍລິສັດ Exemode ໃນ​ຍີ່​ປຸ່ນ​ໄດ້​ເປີດ​ຕົວ​ກ້ອງ​ວິ​ດີ​ໂອ Hello Kitty DV520KT ທີ່​ມາ​ພ້ອມ​ກັບ CMOS ທີ່​ສາມາດ​ບັນ​ທຶກ​ພາບ​ຄວາມ​ລະອຽດ 5MP ແຖມ​ຍັງມີ​ສຽງ​ຮ້ອງ​ຂອງ​ຄິດ​ຕີ້​ທັກ​ທາຍ​ວ່າ ” Hi” ເວລາ​ເປີດ​ເຄື່ອງ​ໃຊ້​ງານ​ອີກ​ດ້ວຍ

Hello Kitty DV520KT ສາມາດ​ບັນ​ທຶ​ກວິ​ດີ​ໂອ​ໄດ້​ທີ່​ຄວາມ​ລະອຽດ 640 x 320 ຫລື 480 x 240 ພິກ​ເຊນ​ທີ່​ອັດຕາ​ເຟນ​ມ 30 fps ແລະ 15 fps ເທິງ​ກາດ​ໜ່ວຍ​ຄວາມ​ຈຳ SD ຫລື SDHC ໂດຍ​ຄວາມ​ຈຸ​ສູງ​ສຸດ​ທີ່​ຮອງ​ຮັບ​ໄດ້​ຢູ່​ທີ່ 8GB ນອກ​ຈາກ​ນີ້​ຍັງມີ​ໜ້າ​ຈໍ TFT LCD ຂະໜາດ 2 ນິ້ວ ແລະ​ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ 32MB ມີ​ຫລອດ​ໄຟ LED ສຳລັບ​ຖ່າຍ​ໃນ​ທີ່​ມີ​ແສງ​ນ້ອຍ ເຊື່ອມ​ຕໍ່​ກັບ​ຄອມພິວເຕີ​ຜ່ານ​ທາງ​ພອລ໌​ຕ USB 1.1 ເດັກໆ ສາມາດ​ອັບ​ໂຫລດ​ພາບ ແລະ​ວິ​ດີ​ໂອ​ຈາກ​ລ້ອງ​ເຂົ້າໄປ​ຍັງ Flickr ແລະ YouTube ໄດ້​ໂດຍ​ກົງ

Hello Kitty DV520KT ຈະ​ໃຊ້ງານ ​ດ້ວຍ​ແບດ​ເຕີ​ລີ AAA  2 ກ້ອນ ສ່ວນລາ​ຄາ​ຢູ່​ທີ່ 90 ຫລຽນຯ ໂດຍ​ຈະ​ເລີ່ມ​ວາ​ງຕະຫລາດ​ໃນ​ຍີ່​ປຸ່ນ​ມື້​ທີ 25 ມິ​ຖຸ​ນາ ​ນີ້

ຂໍ້​ມູນ​ຈາກ: exemode, Arip.co.th

ລອງອ່ານກ່ຽວກັບ  ເຄື່ອງສະແກນ "ຮູບຖ່າຍ" ໄຊສ໌ A4 ມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.