ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ເທິງ iPhone ເບິ່ງວິດີໂອໄດ້ແລ້ວ!!!

ຂ່າວໄອທີ, ໂທລະສັບ

ໄອ​ໂຟນ​ແອບຯ (iPhone App) ຍອດ​ນິຍົມ​ຢ່າງ​ເຟ​ຊະ​ບຸ໊​ກ (Facebook) ຖືກ​ຕັ້ງ​ຄຳ​ຖາມ​ຈາກ​ນັກ​ອອກ​ແບບ​ແອບຯ ຊື່​ກ້ອງ​ຢ່າງ Joe Hewitt ວ່າ ເປັນຫຍັງ​ເຖິງ​ບໍ່​ເຮັດໃຫ້​ສາມາດ​ເບິ່ງວິ​ດີ​ໂອ​ຂອງ​ເຟ​ຊ​ບຸ໊​ກ​ຈາກ​ໃນ​ແອບຯ​ໄດ້​ເລີຍ ຊຶ່ງ​ການ​ຂາດ​ຄຸນສົມບັດ​ດັ່ງ​ກ່າວ​ສ້າງ​ຄວາມ​ຮູ້ສຶກ​ຜິດ​ຫວັງ​ໃຫ້​ກັບ​ຜູ້​ໃຊ້​ຢ່າງ​ຫລາຍ​ທີ ດຽວ

ແຕ່​ເບິ່ງ​ຄືກັບວ່າ​ປະ​ເດັນ​ດັ່ງ​ກ່າວ​ຈະ ໄດ້ຮັບ​ການ​ປັບປຸງ​ຢ່າງ​ງຽບໆ ໄປ​ຮຽບຮ້ອຍ​ແລ້ວ ໂດຍ​ຜູ້​ໃຊ້ Facebook ເທິງ iPhone ມື້​ນີ້​ຈະ​ສາມາດ​ຮັບ​ຊົມ​ວິ​ດີ​ໂອ​ທີ່​ຢ້ຽມ​ຍອດ​ຈາກ​ໃນ​ແອບຯ​ໄດ້ ຊຶ່ງ​ການ​ຊຸ່ມ​ອັບ​ເດດ​ແອບຯ​ຂອງ​ເຟ​ຊບຸ໊​ກເມື່ອ​ມື້ວັນ​ສຸກ​ທີ່​ຜ່ານມາ ນອກ​ຈາກ​ຈະ​ມີ​ການ​ແກ້​ໄຂ​ບັ໊ກເຫລັກ​ໆ ນ້ອຍ​ໆ ແລ້ວ ມັນ​ຍັງມີ​ການ​ປ່ຽນ​ແປງ​ການເຮັດວຽກ​ເທື່ອ​ໃຫຍ່​ດ້ວຍ​ນັ້ນ​ຄື ການ​ຫລິ້ນ​ວິ​ດີ​ໂອ​ທີ​ແຕ່​ເດີມ​ຈະ​ເບິ່ງ​ໄດ້​ສະເພາະ​ຄິບ​ໃນ​ຍູ​ທູບ​ເທົ່າ​ນັ້ນ ຊຶ່ງ​ໃນ​ແຕ່​ລະ​ເດືອນ​ຈະ​ມີ​ຜູ້​ຊົມ​ວິ​ດີ​ໂອ​ທີ່​ມີ​ການ​ໂພດຕ໌​ໃນ​ເຟ​ຊ​ບຸ໊​ກ​ສະເລ່ຍ 2 ພັນ​ລ້ານ​ເທື່ອ​ຕໍ່​ເດືອນ​ທຽບເເລ້ວ​ເທົ່າ​ກັບ​ຈຳນວນ​ເທື່ອ​ການ​ຮັບ​ຊົມ​ວິ​ດີ​ໂອ​ໃນ​ຍູ​ທູບ (YouTube) ຕໍ່​ມື້

ສຳລັບ​ບໍລິການ​ເບິ່ງ​ວິ​ດີ​ໂອ​ໃນ​ເຟ​ຊບຸ໊​ກ ຈະ​ລວມ​ຢູ່ໃນ​ເມ​ນູ dropdown ຂອງ​ຕົວ​ເລືອກ Newsfeed ຊຶ່ງ​ຈະ​ສາມາດ​ສະແດງ​ວິ​ດີ​ໂອ​ທີ່​ອັບ​ໂຫລດ​ຈາກ​ເພື່ອນ​ໆ ຂອງ​ເຈົ້າ​ທັງ​ໝົດ​ທີ່​ຢູ່ໃນ​ຄອນ​ແທັກສ໌ ລອງ​ໃຊ້​ເບິ່ງ​ ຮັບ​ຮອງຈະ​ຕິດ​ໃຈ

ຂໍ້​ມູນ ຈາກ: 9to5mac, Arip

ລອງອ່ານກ່ຽວກັບ  Kindle App ເວີລ໌ຊັນໃໝ່ເພີ່ມມັນຕິມີເດຍ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.