ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ບິວເກດສ໌ ຊົມ ສະຕີຟ ຈັອບສ໌ ແຕ່ບອກ iPad ຍັງບໍ່ດີພໍ

ຂ່າວໄອທີ

ບິວ ເກດສ໌ ໃຫ້​ສຳພາດ​ກັບ Larry King ຂອງ CNN (ພ້ອມ​ກັບ​ພໍ່​ຂອງ​ເກດສ໌​ຄື William Henry Gates, Sr.) ໂດຍ​ມີ​ປະ​ເດັນ​ທີ່​ກ່າວເຖິງ​ສະ​ຕີ​ຟ ຈັອບສ໌, iPad ແລະ Facebook ດ້ວຍ

ເກດສ໌​ເລີ່ມ​ຈາກ​ການ​ຊົມ ສະຕີ​ຟ ຈັອບສ໌ ວ່າ​ສະຫລາດ ແລະ​ຜົນ​ງານ​ດີ​ຢ້ຽມ ພວກເຂົາ​ບອກວ່າ​ສະ​ໜຸກ​ກັບ​ການ​ມີ​ຄູ່​ແຂ່ງ​ຢ່າງ​ ສະ​ຕີ​ຟ ຫລາຍ (ຕົ້ນ​ສະບັບ​ໃຊ້​ຄຳ​ວ່າ sparring ໝາຍ​ເຖິງ “ຄູ່​ຊ້ອມ”)

ແຕ່​ສຳລັບ iPad ເກດສ໌ ​ບອກວ່າ​ມັນ​ຍັງ​ບໍ່​ດີ​ພໍ​ທີ່​ພວກເຂົາ​ຈະ​ນຳ​ໄປ​ໃຊ້​ໃນ​ຫ້ອງ​ປະ​ຊຸມ ເພາະ​ຍັງ​ໃຊ້​ກັບ​ປາກ​ກາ​ບໍ່​ໄດ້ ພວກເຂົາ​ບອກວ່າ​ແທັບ​ເລັດ​ໃນ​ອຸດົມຄະຕິ​ຕ້ອງ​ໃຊ້​ໄດ້​ທັງ​ປາກ​ກາ​ແລະ​ສຽງ​ສັ່ງ​ການ ແລະ​ຕອນ​ນີ້​ມີ​ອຸປະກອນ​ໃນ​ແລັບ (ຄາດ​ວ່າ​ໝາຍ​ເຖິງ​ແລັບ​ຂອງ​ໄມ​ໂຄ​ຊອຟົທ໌) ທີ່​ໜ້າ​ຈະ​ເຮັດວຽກ​ໄດ້​ຈິງ​ແລ້ວ

ສຸດ​ທ້າຍ​ເລື່ອງ Facebook ເກດສ໌​ ບອກວ່າ​ຄອຍຖ້າ​ເບິ່ງ Facebook ຂອງ​ລູກໆ ຢູ່​ເປັນ​ລະ​ຍະ​ແລະ​ຍັງ​ບໍ່​ເຈີ​ຫຍັງ​ລ້ຳ​ເສັ້ນ ແຕ່​ພໍ່​ຂອງ​ເກດສ໌​ບອກວ່າ​ທັງ Facebook ກັບ Twitter ບໍ່​ເໝາະ​ກັບ​ພວກເຂົາ ແລະ​ເຂີນ​ທີ່​ຈະ​ເປີດ​ເຜີຍ​ຊີວິດ​ສ່ວນ​ຕົວ​ລົງ​ໃນ​ບໍລິການ​ເຫລົ່າ​ນີ້

ທີ່​ມາ – Gizmodo, blognone

ລອງອ່ານກ່ຽວກັບ  Adobe ຍືນຍັນທີ່ຈະຢຸດການພັດທະນາ Flash ເທິງອຸປະກອນພົກພາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.