ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື AOL ຈະຂາຍບໍລິສັດໃຫ້ ໄມ​ໂຄ​ຊອຟົທ໌

ຂ່າວໄອທີ

ມີ​ຂ່າວ​ລື​ອອກ​ມາ​ວ່າ ອະ​ດີດ​ຍັກ​ໃຫຍ່​ດ້ານ​ອອນ​ໄລນ໌​ຢ່າງ AOL ທີ່​ນັບ​ມື້​ຍິ່ງ​ເສົ້າ​ລົງ​ທຸກ​ມື້​ກຳ​ລັງ​ເຈລະຈາ​ກັບ​ໄມ​ໂຄ​ຊອຟົທ໌​ຢູ່ ແລະ​ການ​ເຈລະ​ຈາ​ນັ້ນ​ຄື​ການ​ຂາຍ​ກິດຈະການ AOL ໃຫ້​ກັບ​ໄມ​ໂຄ​ຊອຟົທ໌. ເວັບ​ໄຊຕ໌ Business Insider ອ້າງ​ແຫລ່ງ​ຂ່າວ​ວົງ​ໃນ​ສຳລັບ​ຂ່າວ​ລື​ນີ້ ໂດຍ​ວິ​ເຄາະ​ວ່າ​ໄມ​ໂຄ​ຊອຟົທ໌​ຕ້ອງ​ການ AOL ຊຶ່ງ​ເປັນ​ເວັບ​ Portal ທີ່​ຍັງ​ໄດ້ຮັບ​ຄວາມ​ນິຍົມ​ສູງ (ຄວບຄູ່​ໄປ​ກັບ MSN ແລະ Yahoo!) ເພື່ອ​ຫວັງ​ທາ​ຟ​ຟິກ​ການ​ຄົ້ນ​ຫາ​ຈາກ AOL ຊຶ່ງ​ປະຈຸບັນ​ເປັນ​ກູ​ເກີນ ໂດຍ​ມີ​ຈຸດ​ໝາຍ​ເພື່ອນຳທາ​ຟ​ຟິກ​ສ່ວນ​ນີ້​ໄປ​ພັດທະນາ Bing ນັ້ນ​ເອງ. Business Insider ຄາດ​ວ່າ​ລາ​ຄາ​ໜ້າ​ຈະ​ຢູ່​ເກືອບ 2-3 ພັນ​ລ້ານ​ດອນ​ລາລ໌ ແລະ​ເປັນ​ໄປ​ໄດ້​ວ່າ​ເຮົາ​ອາດ​ເປັນ AOL ລວມ​ຮ່າງ​ກັບ MSN ແຕ່​ຢ່າ​ລືມ​ວ່າ​ນີ້​ຄື​ຂ່າວ​ລື

ທີ່​ມາ – Business Insider,Blognone

ລອງອ່ານກ່ຽວກັບ  ຂ່າຍລືກ່ຽວກັບ Windows 8 ພ້ອມກັບຮູບລຸດຫນ້າຕາ User interface

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.