ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sony ຕຽມພັດທະນາແທັບເລັດຕຳກັບ ໄອເເພດ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ໂຊ​ນີ້ (Sony) ກຳ​ລັງ​ພິຈາລະນາ​ທີ່​ຈະ​ອອກ​ແທັບ​ເລັດ (tablet) ແຂ່ງ​ກັບ​ໄອ​ແພດ (iPad) ຂອງ​ແອບ​ເປີ້ນ (Apple) ຂໍ້​ມູນ​ດັ່ງ​ກ່າວ​ຍືນຍັນ​ໂດຍ​ຮອງ​ປະ​ທານ​ບໍລິສັດ ຢ່າງໃດ​ກໍ​ຕາມ ທາງ​ໂຊ​ນີ້​ຍັງ​ຕ້ອງ​ການ​ທີ່​ຈະ​ປະ​ເມີນ​ທິດ​ທາງ​ຂອງ​ຜະລິດຕະພັນ​ໃໝ່​ດ້ວຍ

Mike Abary ຮອງ​ປະ​ທານ​ຝ່າຍ​ອາ​ວຸ​ໂສຜະເເນກ​ຜະລິດຕະພັນ​ເທກ​ໂນ​ໂລ​ຍີ​ອິນ​ຟອລ໌​ເມ​ຊັນ​ຂອງ​ໂຊ​ນີ້​ໄດ້​ກ່າວ​ໃນ ຊານ​ຟານ​ຊິດ​ໂກ​ເຖິງ​ແຜນ​ການ​ຂອງ​ບໍລິສັດ​ວ່າ “ເຮົາ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ໃນ​ການ​ພັດທະນາ​ແທັບ​ເລັດ​ມາ​ດົນ​ຫລາຍ​ປີ​ແລ້ວ ບໍ່ແມ່ນ​ເປັນ​ເພາະ​ແອບ​ເປີ້ນ ແຕ່​ເນື່ອງ​ຈາກ​ມັນ​ເປັນ​ໂອ​ກາດ​ທີ່​ໜ້າ​ສົນ​ໃຈ” ຢ່າງໃດ​ກໍ​ຕາມ ໂຊ​ນີ້​ຕ້ອງ​ການ​ທີ່​ຈະ​ເບິ່ງ​ວ່າ ຜູ້​ບໍລິ​ໂພກ​ຕອບສະຫນອງ​ຕໍ່​ແທັບ​ເລັດ​ລຸ້ນ​ລ່າ​ສຸດ​ຢ່າງໃດ​ກ່ອນທີ່ຈະ​ອອກ​ແທັບ​ເລັດ​ຂອງ ທາງ​ບໍລິສັດ​ເອງ “ໄອ​ແພດ​ໄດ້​ສ້າງ​ໂອ​ກາດ​ໃໝ່” ພວກເຂົາ​ກ່າວ “ຕອນ​ນີ້​ເຮົາ​ຕັດ​ສິນ​ໃຈ​ໄດ້​ແລ້ວ​ວ່າ ຕະ​ຫລາດ​ຍອມ​ຮັບ​ແທັບ​ເລັດ”

ແອບ​ເປີ້ນ​ເປັນ​ເຈົ້າ​ແຮກ​ທີ່​ເເກວ່ງ​ຫິນ​ຖາມ​ທາງ​ສຳລັບ​ຕະ​ຫລາດ​ແທັບ​ເລັດ ຈິງ​ຢູ່​ທີ່​ມັນ​ບໍ່ແມ່ນ​ແທັບ​ເລັດ​ຕົວທຳອິດ ແຕ່​ມັນ​ໄດ້​ສ້າງ​ທັງ​ຄວາມ​ຕື່ນ​ເຕັ້ນ ແລະ​ຄວາມ​ຄາດ​ຫວັງ​ໃຫ້​ເກີດ​ຂຶ້ນ​ກັບ​ຜູ້​ບໍລິ​ໂພກ ລ່າ​ສຸດ​ກູ​ເກີ້ນ (Google) ກໍ​ຫາກໍ່​ຈະ​ລາຍ​ງານ​ວ່າ ໄດ້​ເຈລະຈາ​ກັບ​ເວີ​ລິ​ຊອນ (Verizon) ກ່ຽວກັບ​ພັດທະນາ​ແທັບ​ເລັດ​ຮ່ວມ​ກັນ WeTab ຈາກ​ເຢຍລະມັນ​ທີ່​ເປີດ​ຕົວ​ແລະ​ໄດ້ຮັບ​ຄວາມ​ສົນ​ໃຈ​ຢ່າງ​ທ່ວມ​ທົ້ນ BlackBerry ກໍ​ສົນ​ໃຈ​ທີ່​ຈະ​ພັດທະນາ​ແທັບ​ເລັດ​ດ້ວຍ​ຄືກັນ ນອກ​ຈາກ​ນີ້ ຍັງມີ Archos, Dell ແລະ Samsung ທີ່​ມີ​ແທັບ​ເລັດ​ຢູ່ໃນ​ມື​ດ້ວຍ​ຄືກັນ

Credit: Arip.co.th

ລອງອ່ານກ່ຽວກັບ  Google ເຜີຍວິດີໂອກ່ຽວກັບ ສູນຂໍ້ມູນຂອງຕົນເອງ ເພຶ່ອເພີ່ມຄວາມເຊຶ່ອຖື

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.