ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype ບໍ່ສົນໃຈພັດທະນາ ໃນ Windows phone 7

ຂ່າວໄອທີ

ໃນ​ຂະນະ​ທີ່​ຜູ້​ໃຊ້​ສະມາດໂຟນ​ທີ່​ເປັນ​ສາວົກ​ໄມ​ໂຄ​ຊອຟົ (Microsoft) ກຳ​ລັງ​ຖ້າ Windows Phone 7 ຊຶ່ງ​ມາ​ພ້ອມ​ກັບ​ຄຸນສົມບັດ​ການເຮັດວຽກ​ທີ່​ໜ້າ​ສົນ​ໃຈ​ຫລວງຫລາຍ Skype ບໍລິສັດ​ຜູ້​ໃຫ້​ບໍລິການ VoIP ກັບ​ບໍ່​ສົນ​ໃຈ​ທີ່​ຈະ​ພັດທະນາ​ແອບ​ພິ​ເຄ​ຊັນ​ຂອງ​ຕົນ​ໃຫ້​ເຮັດວຽກ​ເທິງ Windows Phone 7

ລ່າ​ສຸດ​ທາງ Skype ໄດ້​ອອກ​ມາ​ຢືນຢັນ​ແລ້ວ ຂະນະ​ນີ້​ທາງ​ບໍລິສັດ​ບໍ່​ໄດ້​ພັດທະນາ​ແອບຯ​ຂອງ​ຕົນ​ໃຫ້​ເຮັດວຽກ​ເທິງ Windows Phone 7 ແຕ່​ກຳ​ລັງ​ເລັ່ງ​ພັດທະນາ​ແອບຯ​ທີ່​ສາມາດ​ເຮັດວຽກ​ໄດ້​ເທິງ​ໂອ​ເອສ iPhone (iPad), Symbian ແລະ Android ຢ່າງໃດ​ກໍ​ຕາມ ທາງ​ບໍລິສັດ​ບໍ່​ໄດ້​ໃຫ້​ເຫດຜົນ​ວ່າ ເປັນຫຍັງ​ຈຶ່ງ​ບໍ່​ພັດທະນາ​ແອບຯ​ເທິງ​ໂອ​ເອສ​ມື​ຖື​ຂອງ​ໄມ​ໂຄ​ຊໍ​ຟົ

Skype ຖື​ໄດ້​ວ່າ​ເປັນ​ຜູ້​ນຳ​ແອບ​ພິ​ເຄ​ຊັນ​ທີ່​ໃຫ້​ບໍລິການ VoIP ແລະ​ເປັນ​ເຈົ້າ​ດຽວທີ​ຕອບ​ໂຈດ​ການ​ໃຊ້​ງານ​ເທິງ​ມື​ຖື​ໄດ້​ດີ​ເທົ່າ​ໆ ກັບ​ຊອຟົແວລ໌​ທີ​ໃຊ້​ງານ​ເທິງ​ເດສທອບ ກ່ຽວກັບ​ກໍລະນີ​ດັ່ງ​ກ່າວ ຜູ້​ຊ່ຽວຊານ​ໃນ​ວົງ​ການ​ຕ່າງ​ໃຫ້​ເຫດຜົນ​ກັນ​ໄປ​ຕ່າງໆ ນາໆ ບາງຄົນກໍ​ວ່າ ເປັນ​ເພາະ​ເຄື່ອງ​ມື​ທີ​ໃຊ້​ໃນ​ການ​ພັດທະນາ​ທີ່​ໄມ​ໂຄ​ຊອຟົສົ່ງ​ໃຫ້​ກັບ​ທາງ Skype ຍັງ​ບໍ່​ສົມບູນ ຫລື​ຕ້ອງ​ການ​ຢຸດ​ຝັນ​ຂອງ​ໄມ​ໂຄ​ຊອຟົໃນ​ການ​ລຸ​ກຕະຫລາດລາດ​ໂທລະສັບມືຖື​ດ້ວຍການເຮັດໃຫ້​ມີ​ຂໍ້​ເສຍ​ປຽບ​ດັ່ງ​ກ່າວ ຢ່າງໃດ​ກໍ​ຕາມ ການ​ເປີດ​ເຜີຍ​ຂໍ້​ມູນ​ລ່າ​ສຸດ​ຍັງ​ບໍ່​ຖື​ວ່າ​ເປັນ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ ດັ່ງ​ນັ້ນ​ຄົງ​ຕ້ອງ​ຖ້າເບິງ​ຄວາມ​ຊັດເຈນ​ອີກ​ທີ​ໜຶ່ງ

Credit:Arip.co.th

ລອງອ່ານກ່ຽວກັບ  Samsung Galaxy Tab ຕົວຈິງມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.