ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຮາລ໌​ດ​ດິດ”ໄຮ​ບລິດ”ໄວກວ່າ ລາ​ຄາ​ບໍ່​ແພງ

ຂ່າວໄອທີ

ແມ່ນ SSD (Solid State Disk) ຈະ​ເຮັດວຽກ​ໄດ້​ໄວ​ກວ່າ​ຮາລ໌​ດະ​ດິດກ໌ (HDD) ແຕ່​ມັນ​ກໍ​ມີ​ລາ​ຄາ​ທີ່​ແພງ​ກວ່າ​ດ້ວຍ ເຮັດໃຫ້​ຄວາມ​ນິຍົມ​ໃນ​ການ​ໃຊ້ SSD ບໍ່​ສູງ​ເທົ່າ​ທີ່​ຄວນ ລ່າ​ສຸດ​ຊີ​ເກດ (Seagate) ຈັບ​ດິດໄດ​ລົຟ໌​ທັງ​ສອງ​ມາ​ລວມ​ກັນ ໂດຍ​ໃຊ້​ຈຸດ​ແຂງ​ຂອງ​ປະ​ສິດ​ທິ​ພາບ​ໃນ​ການເຮັດວຽກທີ່​ໄວ​ກວ່າ​ຂອງ SSD ໃນ​ຂະນະ​ທີ່​ລະ​ດັບ​ລາ​ຄາ​ບໍ່​ສູງ​ເກີນ​ໄປ

Momentus XT Hybrid HDD ເປັນ​ຮາລ໌​ດ​ດິດ SATA ຂະໜາດ 2.5 ນິ້ວ​ທີ່​ໄວ​ທີ​ສຸດ​ໃນ​ໂລກ​ສຳລັບ​ໃຊ້​ງານ​ກັບ​ແລບ​ທອບ ໂດຍ​ທາງ​ຊີ​ເກດ​ອ້າງ​ວ່າ ມັນ​ໄວ​ກວ່າ HDD ທີ່​ຄວາມ​ໄວ​ຮອບ 5,400RPM ເຖິງ 100% ຫລື​ໄວ​ກວ່າ HDD 7,200RPM ປະ​ມານ 80% ຊຶ່ງ​ຄວາມ​ລັບ​ຂອງ​ຄວາມ​ໄວ​ທີ່​ໄດ້​ຈາກ Momentus XT ຢູ່​ທີ່​ເທກ​ໂນ​ໂລ​ຍີ Adaptive Memory ໂດຍ​ເປັນ​ການ​ໄຮ​ບລິດ​ຮາລ໌​ດ​ດິດ​ຄວາມ​ໄວ​ຮອບ 7,200RPM ເຮັດວຽກ​ຮ່ວມ​ກັບ NAND flash ຂະໜາດ 4GB ດ້ວຍ​ການ​ກັອບ​ປີ້​ຂໍ້​ມູນ​ຈາກ​ດິດ​ເຂົ້າໄປ​ໃນ SSD 4GB ເພື່ອ​ໃຫ້​ເຂົ້າ​ເຖິງ​ຂໍ້​ມູນ​ໄວ​ຂຶ້ນ

Asus ເປັນ​ຜູ້​ຜະລິດ​ໂນດ​ບຸ໊​ກລາຍທຳອິດທີ່​ໃຊ້​ຮາລ໌​ດິດກ໌​ໄຮ​ບລິດ Momentus XT ໂດຍ​ເປັນ​ອັບ​ເກດ​ອອບ​ຊັນ​ສຳລັບ​ໂນດບຸ໊​ກ ​ລຸ້ນ ROG G73 ຊຶ່ງ​ນອກ​ຈາກ​ຈະ​ອັບ​ເກດ​ດ້ວຍ​ຮາລ໌​ດ​ດິດກ໌​ທີ່​ໄວ​ຂຶ້ນ​ແລ້ວ ໂນດບຸ໊​ກ ລຸ້ນນີ້​ຍັງ​ມາ ພ້ອມ​ກັບ​ຊີ​ພີ​ຍູ Intel I7 720Qm Quad-core ຫນ່ວຍ​ຄວາມ​ຈຳ DDR3 8GB ແລະ​ໃຊ້​ຫນ່ວຍ​ປະ​ມວນ​ຜົນ​ກາ​ຟິກ ຫລື GPU ເປັນ ATI Radeon Mobility HD 5870 ອີກ​ດ້ວຍ ສຳລັບ​ຮາລ໌​ດດິດກ໌​ໄຮ​ບລິດ Momentus XT ມີ​ໃຫ້​ເລືອກ 3 ຄວາມ​ຈຸ​ນຳກັນ​ຄື 250GB ($113) 320GB ($122) ແລະ 500GB ($156)

Credit:Arip.co.th

ລອງອ່ານກ່ຽວກັບ  ມາຮູ້ຈັກກັບ yottabyte ຫົວຫນ່ວຍຄວາມຈຸ Harddisk

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.