ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຕືອນ!!! ພົບ “ຊ່ອງ​ໂຫວ່” ໃນ Windows 7

ຂ່າວໄອທີ

ໄມ​ໂຄ​ຊອຟົ (Microsoft) ກຳ​ລັງ​ຈັດ​ເຮັດ​ແພດຊ໌​ອຸດ​ຊ່ອງ​ໂຫວ່​ທີ່​ພົບ​ລ່າ​ສຸດ​ໃນ Wndows 7 ລະບົບ​ປະຕິບັດການ​ທີ່​ກຳ​ລັງ​ມາ​ແຮງ​ໃນ​ຂະນະ​ນີ້ ໂດຍ​ຂໍ້​ຜິດ​ພາດ​ຂອງ​ການເຮັດວຽກ​ທີ່​ພົບ​ຈະ​ຢູ່ໃນ Windows 7 ເວີລ໌​ຊັນ 64 ບິດ ຊຶ່ງ​ຜູ້​ບໍ່​ຫວັງ​ດີ​ສາມາດ​ໃຊ້​ຊ່ອງ​ໂຫວ່​ດັ່ງ​ກ່າວ ລົ່ມ​ການເຮັດວຽກ​ຂອງ​ລະບົບ ຕະຫລອດ​ຈົນ​ເຂົ້າ​ຄວບ​ຄຸມ​ການເຮັດວຽກ​ຂອງ​ຄອມພິວເຕີ​ດ້ວຍ​ການ​ສັ່ງ​ລັນໂຄ໊ດ​ ອັນຕະລາຍ ​ຈາກ​ເທິງ​ເນັດ

ລາຍ​ງານ​ຂ່າວ​ລ່າ​ສຸດ ໄມ​ໂຄ​ຊອຟົ​ໄດ້​ກວດ​ສອບ ແລະ​ເຜີຍແຜ່​ຂໍ້​ມູນ​ກຽວ​ກັບ​ການ​ພົບ​ຊ່ອງ​ໂຫວ່​ຂອງ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການເຮັດວຽກ ຂອງ​ໄດ​ລ​ເວີລ໌ Windows Canonical Display (cdd.dll) ທີ່​ມີ​ຢູ່ໃນ Windows 7 ແລະ Windows Server 2008 R2 (ລວມ​ເຖິງ​ເວີລ໌​ຊັນ​ເທິງ Itanium) ເວີລ໌​ຊັນ 64 ບິດ ຊຶ່ງ​ປົກກະຕິ​ໄດ​ລະ​ເວີລ໌​ທີ​ມີ​ຊ່ອງ​ໂຫວ່​ນີ້​ຈະ​ເຮັດ​ໜ້າ​ໃຫ້​ແອບ​ພິ​ເຄ​ຊັນ​ໃຊ້​ກາ​ຟິກ​ຕ່າງໆ ລວມ​ເຖິງ​ການ​ຈັດ​ຟອລ໌​ແມດ​ຂອງ​ຂໍ້ຄວາມ​ເທິງ​ສ່ວນ​ສະແດງ​ຜົນ​ວິ​ດີ​ໂອ ແລະ​ເຄື່ອງ​ພິມ

ຕົວ ແທນ​ໄມ​ໂຄ​ຊອ​ຟົ​ກ່າວ​ວ່າ ກຳ​ລັງ​ເລັ່ງ​ຈັດ​ເຮັດ​ອັບ​ເດດ ເພື່ອ​ແກ້​ບັນຫາ​ຊ່ອງ​ໂຫວ່ ແລະ​ຈະ​ອອກ​ແພດຊ໌​ຫລັງ​ຈາກ​ການ​ທົດສອບ​ສຳເລັດ​​ສົມບູນ ໃນ​ລະຫວ່າງ​ນີ້ ຜູ້​ໃຊ້​ສາມາດ​ປ້ອງ​ກັນ​ຕົວ​ເອງ​ໃຫ້​ລອດ​ພົ້ນ​ຈາກ​ການ​ຖືກຫລິ້ນ​ງານ​ດ້ວຍ ຊ່ອງ​ໂຫວ່​ດັ່ງ​ກ່າວ​ໄດ້​ດ້ວຍ​ການ​ຍົກ​ເລີກ​ການເຮັດວຽກງານ Windows Aero ຊຶ່ງ​ເປັນ​ລູກ​ຫລິ້ນ​ກາ​ຟິກ​ທີ່​ພົບ​ໃນ Windows 7 Home Premium, Professional, Ultimate ຫລື Enterprise ໃນ​ສ່ວນ​ຂອງ​ລາຍ​ລະອຽດ​ເພິ່ມເຕິມ​ສາມາດ​ເຂົ້າໄປ​ເບິ່ງ​ໄດ້​ໃນ Security Advisory ໄມ​ໂຄ​ຊອຟົກ່າວ​ວ່າ ໂອ​ກາດ​ທີ່​ຈະ​ໃຊ້​ຊ່ອງ​ໂຫວ່​ບໍ່ເເມ່ນງ່າຍໆ ຢ່າງໃດ​ກໍ​ຕາມ ຜູ້​ບຸກລຸກ​ຈະ​ໂຈມ​ຕີ​ຊ່ອງ​ໂຫວ່​ດ້ວຍ​ການ​ສົ່ງ​ໄຟລ໌​ຮູບພາບ​ອັນຕະລາຍ​ໄປ​ໃຫ້​ເຫຍື່ອ​ພ້ອມ​ດ້ວຍ ແອບ​ພິ​ເຄ​ຊັນ​ທີ່​ຕິດ​ໄວ​ລັດ ຫລື​ ຍົວະໃຫ້​ເຂົ້າໄປ​ຍັງ​ເວັບ​ໄຊຕ໌​ທີ່​ມີ​ໄຟລ໌​ພາບ​ອັນຕະລາຍ​ໂດຍ​ຊັກຊວນ​ຜ່ານ​ທາງ​ອີ​ເມລ໌ ຫລື IM

Credit: Arip.co.th

ລອງອ່ານກ່ຽວກັບ  Dell ເລີ່ມຂາຍ Dell Inspiron Duo ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.