ເລື່ອງລາວຂອງ TECH, STARTUP, ແລະ DIGITAL

microsoft ເປີດເຜີຍລາຄາ Natal ເເລ້ວ

ຂ່າວໄອທີ

ລ່າ​ສຸດ ໄມ​ໂຄ​ຊອ​ຟົ (microsoft) ປະ​ກາດ​ແຜນ​ການ​ວາ​ງຕະຫລາດ Natal ເຊັນ​ເຊີລ໌​ໃໝ່​ສຳລັບ​ການ​ຫລິ້ນ​ເກມສ໌​ເທິງ​ເຄື່ອງ Xbox 360 ພ້ອມ​ທັງ​ເປີດ​ເຜີຍ​ລາຍ​ລະອຽດ​ຂອງ​ລາ​ຄາ​ອີກ​ດ້ວຍ ໂດຍ Natal ຈະ​ໄປ​ພ້ອມ​ກັບ Xbox 360 Arcade version ທັງ​ນີ້​ໄມ​ໂຄ​ຊອ​ຟົທ໌​ຄາດ​ວ່າ ຈະ​ສາມາດ​ຈຳ​ໜ່າຍ​ເຊັນ​ເຊີລ໌​ຕົວ​ນີ້​ໄດ້​ຫລາຍ​ລ້ານ​ຊຸດ​ພາຍ​ໃນ​ປີ​ທຳອິດ

ກ່ອນ​ໜ້າ​ນີ້​ໄດ້​ເຄີຍ​ມີ​ລາຍ​ງານ​ຂ່າວ​ອອກ​ມາ​ວ່າ Natal ໜ້າ​ຈະ​ມີ​ລາ​ຄາ​ຢູ່​ທີ່​ປະ​ມານ 79 ຫລຽນຯ ແຕ່​ລ່າ​ສຸດ ມື້​ວານ​ນີ້​ເວັບ​ໄຊຕ໌ Edge-Online ໄດ້​ລາຍ​ງານ​ຂ່າວ​ອອກ​ມາ​ວ່າ Natal ຈະ​ມີ​ລາ​ຄາຍັບ​ຂຶ້ນ​ເປັນ 149 ຫລຽນຯ ຫລື​ເກືອບ​ເປັນ​ສອງ​ເທົ່າ​ຂອງ​ລາ​ຄາ​ເກົ່າ ນອກ​ຈາກ​ນີ້ Natal ຍັງ​ຈະ​ມາ​ພ້ອມ​ກັບ Xbox 360 Arcade ທີ່​ລາ​ຄາ 299 ຫລຽນຯ ອີກ​ດ້ວຍ

“ໄມ​ໂຄ​ຊອ​ຟົຄາດ​ວ່າ ຈະ​ສາມາດ​ຈຳ​ໜ່າຍ Natal ແລະ Xbox 360 Arcade ໄດ້​ຫລາຍ​ລ້ານ​ຊຸດ​ພາຍ​ໃນ​ປີ​ທຳທີ່​ວາ​ງຕະຫລາດ” ຫລັງ​ຈາກ​ທີ່​ມີ​ການ​ເປີດ​ເຜີຍ​ຂໍ້​ມູນ​ຂອງ​ລາ​ຄາ ແລະ​ຊຸດ​ຜະລິດຕະພັນ​ຄ່ອນ​ຂ້າງ​ຊັດເຈນ​ແລ້ວ ຄາດ​ວ່າ ໄມ​ໂຄ​ຊອຟົ​ຈະ​ເປີດ​ຕົວ Natal ພ້ອມ​ດ້ວຍ​ຊື່​ ຢ່າງ​ເປັນ​ທາງ​ການ​ໃນ​ງານ E3 ທີ່​ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ວັນທີ່ 26 ຕຸລາ​ນີ້

ຂໍ້​ມູນ​ຈາກ: Arip.co.th

ລອງອ່ານກ່ຽວກັບ  Asus Eee Pad ເປີດໂຕແລ້ວໃນງານ Computex

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.