ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂປຼເຈັກໃຫມ່ ສື່ສານໄຮ້ສາຍດ້ວຍເເສງ LED ເເທນ Wi-Fi

ຂ່າວໄອທີ

LED ຫລອດ​ແສງ​ມະຫັດສະຈັນ ໃນ​ຂະນະ​ທີ​ຫລາຍ​ຄົນ​ກຳ​ລັງ​ເວົ້າ​ເຖິງ​ປະ​ສິດ​ທິ​ພາບ​ໃນ​ການ​ໃຫ້​ແສງ​ທີ່​ສະຫວ່າງ​ຫລາຍ ແຕ່​ໃຊ້​ພະລັງ​ງານ​ຫນ້ອຍດຽວ ກອງ​ບັນ​ນາ​ທິ​ການ​ຈຳ​ໄດ້​ວ່າ LED  ບໍ່​ໄດ້​ຕອບ​ໂຈດເລື່ອງ​ແສງ​ສະຫວ່າງ​ຢ່າງ​ດຽວ ແຕ່​ມັນ​ຍັງ​ສາມາດ​ໃຊ້​ໃນ​ການ​ສື່​ສານ​ຂໍ້​ມູນ​ໃນ​ລະບົບ​ໄຮ້​ສາຍ​ແທນ Wi-Fi ໄດ້​ອີກ​ດ້ວຍ

ຝ່າຍ​ວິ​ໄຈ​ຂອງ Boston University ໄດ້​ພັດທະນາ​ເທກ​ໂນ​ໂລ​ຍີ​ເຄືອ​ຂ່າຍ​ໄຮ້ສາຍ​ແບບ​ໃໝ່ ໂດຍ​ໃຊ້​ຄື້ນ​ແສງ​ຈາກ LED ແທນ​ຄື້ນ​ວິທະ​ຍຸ (Wi-Fi) ຊຶ່ງ​ໂຄງ​ການ​ດັ່ງ​ກ່າວ​ໃຊ້​ເມັດ​ເງີນ​ສະໜັບສະໜູນ​ເຖິງ 18.5 ລ້ານ​ຫລຽນຯ ເລີຍ​ທີ​ດຽວ ທັງ​ນີ້ ນັກ​ວິ​ໄຈ​ຄາດ​ວ່າ ຈະ​ສາມາດ​ໃຊ້​ແສງ​ສະຫວ່າງ​ຈາກ LED ທີ່​ໃຊ້​ພະລັງ​ງານ​ຕ່ຳ​ເປັນ​ຊ່ອງ​ທາງ​ການ​ສື່​ສານ​ໄຮ້​ສາຍ​ດ້ວຍ​ອັດຕາ​ໄວ​ໃນ​ການ​ສົ່ງ​ຖ່າຍຂໍ້​ມູນ​ຕັ້ງ​ແຕ່ 1 –  10Mbps ໂດຍ​ທີມ​ງານ​ເອີ້ນເຄືອ​ຂ່າຍ​ໄຮ້ສາຍ​ແຕ່​ບໍ່​ໄຮ້​ແສງ​ນີ້​ວ່າ ເຄືອ​ຂ່າຍ​ແສງ​ອັດ​ສະ​ລິ​ຍະ “Smart Lighting network” ທີ່​ນອກ​ຈາກ​ຈະ​ປະ​ຫຍັດ​ໄຟ​ແລ້ວ ຍັງ​ປອດ​ໄພ​ກວ່າ​ເທກ​ໂນ​ໂລ​ຍີ​ທີ່​ໃຊ້​ຄື້ນ​ວິທະ​ຍຸ (RF) ທີ່​ໃຊ້​ໃນ​ປະຈຸບັນ​ອີກ​ດ້ວຍ

“ລອງ​ນຶກ​ພາ​ບເບິງວ່າ ​ຫາກ​ຄອມພິວເຕີ ໄອ​ໂຟນ ທໍລະທັດ ວິທະ​ຍຸ ແລະ​ໂຕ​ຕັດ​ໄຟ ສາມາດ​ສື່​ສານ​ການເຮັດວຽກ​ຮ່ວມ​ກັນ​ໄດ້​ທັນ​ທີ​ທີ່​ເຈົ້າ​ຍ່າງ​ເຂົ້າໄປ​ມາ​ໃນ​ຫ້ອງ ແລ້ວ​ເປີດ​ສະ​ຫວິດຊ໌​ໄຟ LED ທີ່​ໃຫ້​ແສງ​ສະຫວ່າງ​ເທົ່າ​ນັ້ນ” Thomas Little ສາດຊະດາຈານໃນ​ມະຫາ​ວິທະຍາ​ໄລ​ບອດ​ຕັນ ກ່າວ “ເຄືອ​ຂ່າຍ​ທີ່​ສື່​ສານ​ດ້ວຍ​ແສງ LED ນອກ​ຈາກ​ໃຫ້​ປະໂຫຍດ​ໃນ​ເລື່ອງ​ຂອງ​ການ​ສື​ສານ​ຂໍ້​ມູນ​ແລ້ວ ມັນ​ຍັງ​ໃຫ້​ແສງ​ສະຫວ່າງ​ກັບ​ຜູ້​ໃຊ້​ອີກ​ດ້ວຍ ພະລັງ​ງານ​ທີ່​ໃຊ້​ກໍ​ຕ່ຳ ແຖມ​ຍັງມີ​ຄວາ​ມສະ​ຖຽນ​ສູງ ປອດ​ໄພ​ກວ່າ ບໍ່​ມີ​ຄື້ນ​ແມ່​ເຫລັກ​ໄຟ​ຟ້າ​ລົບກວນ ຍິ່ງ​ໄປ​ກວ່າ​ນັ້ນ ມັນ​ຍັງ​ສາມາດ​ຕິດ​ຕັ້ງ​ແທນ​ຫລອດ​ໄຟ​ທີ່​ໃຊ້​ຢູ່​ເດີມໄດ້​ອີກ​ດ້ວຍ”

ຄວາມ ລັບ​ຂອງ​ຫລອດ LED ແບບ​ໃໝ່​ທີ​ໃຊ້​ສື່​ສານ​ໄຮ້​ສາຍ​ກໍ​ຄື ອັດຕາ​ໄວ​ໃນ​ການ​ກະ​ພິບ​ທີ່​ໄວ​ຫລາຍກວ່າ​ທີ່​ສາຍ​ຕາ​ມະນຸດ​ຈະ​ຮູ້ສຶກ​ໄດ້ ຊຶ່ງ​ການ​ເປີດ​ປິດ​ຂອງ LED ຈະ​ແທນ​ຂໍ້​ມູນ​ດິ​ຈິ​ຕອນ (1 ແລະ 0) ທີ່​ກວດ​ຈັບ​ໂດຍ​ພາກ​ຮັບ​ພິເສດ​ທີ່​ຕິດ​ຕັ້ງ​ເທິງ​ອຸປະກອນ​ຕ່າງໆ ເພື່ອ​ແປງ​ອັດຕາ​ໄວ​ຂອງ​ການ​ກະ​ພິບ​ແສງ​ເປັນ​ຂໍ້​ມູນ ແລະ​ເນື່ອງ​ຈາກ​ແສງ​ສະຫວ່າງ​ສາມາດ​ທະ​ລຸ​ກຳ​ແພງ​ໄດ້​ຄືກັບຄື້ນ​ວິທະ​ຍຸ ດັ່ງ​ນັ້ນ​ມັນ​ຈຶ່ງ​ມີ​ຄວາມ​ປອດ​ໄພ​ຫລາຍກວ່າ​ເຄືອ​ຂ່າຍ​ໄຮ້ສາຍ​ແບບ Wi-Fi ວ່າ​ແຕ່​ເມື່ອໃດ​ຈະ​ໄດ້​ໃຊ້​ກໍ​ບໍ່​ຮູ້​ຄືກັນ ເພາະ Smart Light Research Centre ວາງ​ແຜນ​ພັດທະນາ​ເທກ​ໂນ​ໂລ​ຍີ​ແສງ​ອັດ​ສະ​ລິ​ຍະ (ໃຊ້​ສື່​ສານ​ຂໍ້​ມູນ​ໄດ້) ພາຍ​ໃນ 10 ປີ

ຂໍ້​ມູນ​ຈາກ: Smart Light Research Centre
Credit: Arip.co.th

ລອງອ່ານກ່ຽວກັບ  ໄມ​ໂຄ​ຊອຟົທ໌ ແຈກ Windows Phone 7 ໃຫ້ກັບພະນັກງານ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.