ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Laptop Lilo ໂຕຮອງໂນດບຸ໊ກເປົ່າລົມ

Gadget

ຫາກ​ທ່ານໃດຮູ້ສຶກ​ຢູ່ໃນ​ທ່າ​ບໍ່​ຄ່ອຍ​ສະບາຍ​ ​ກັບ​ການ​ວາງ​ໂນດບຸ໊​ກ​ໄວ້ເທິງຫນ້າ​ຕັກ ໂດຍ​ສະເພາະ​ເວລາ​ທີ່​ມັນ​ເກີດ​ຄວາມ​ຮ້ອນ​ສະ​ສົມ​ລະຫວ່າງ​ໜ້າ​ຕັກ​ທັງ​ສອງ ແຕ່​ຖ້າ​ມີ​ທີ່​ຮອງ (notebook stand) ກະພໍສິ​ຊ່ວຍ​ໃຫ້​ສະບາຍ​ຂຶ້ນ​ຫລາຍ ຢ່າງໃດ​ກໍ​ຕາມ ມັນ​ກໍ​ອາດຈະ​ບໍ່​ເປັນ​ການ​ສະ​ດວກ​ປານໃດ​ຫາກ​ຕ້ອງ​ພົກ​ພາ​ບ່ອນວາງ​ໂນດ​ບຸ໊​ກຕິດ​ຕົວ​ໄປ​ໃສຕໍ່​ໃສດ້ວຍ ເພາະ​ມັນ​ກາຍ​ເປັນ​ພາລະ​ຫລາຍກວ່າ​ຄວາມສະດວກ​ສະບາຍ ເເຕ່ລອງ​ມາເບິງນີ້​​ Laptop Lilo ບ່ອນຮອງ​ໂນດ​ບຸ໊​ກ​ແບບ​ເປົ່າ​ລົມ

Laptop Lilo ບ່ອນ​ຮອງ​ໂນດບຸ໊​ກດີ​ໄຊນ໌​ແປກ ອອກ​ແບບ​ໃຫ້ເປັນ​ຖົງ​ລົມ 6 ໃບ​ສາມາດ​ເປົ່າ​ລົມ​ເຂົ້າໄປ ເມື່ອ​ໃຊ້​ງານ ຫລື​ ປ່ອຍ​ລົມ ເພື່ອ​ໃຫ້​ສາມາດ​ພັບ​ເກັບ​, ນຳ​ພົກ​ພາ​ຕິດ​ຕົວ​ໄປ​ໃຊ້​ໄດ້​ຢ່າງ​ສະ​ດວກ ຊຶ​ງ​ນອກ​ຈາກ​ມັນ​ຈະຊ່ວຍ​ໃຫ້​ໜ້າ​ຕັກ​ຂອງ​ທ່ານເຢັນ​ກວ່າ ເນື່ອງ​ຈາກ​ບໍ່​ຕ້ອງ​ສຳ​ຜັດ​ກັບ​ຕົວ​ເຄື່ອງ​ໂນດບຸ໊​ກ​ໂດຍ​ກົງ​ແລ້ວ ມັນ​ຍັງ​ອອກ​ແບບ​ໃຫ້​ມີ​ຊ່ອງ​ລົມ​ສຳລັບ​ລະບາຍ​ຄວາມ​ຮ້ອນ​ໃຫ້​ກັບ​ໂນດ​ບຸ໊​ກ​ອີກ​ດ້ວຍ

Laptop Lilo ເຮັດ​ຈາກ​ພາ​ສຕິ​ກ PVC ສາມາດ​ທົນ​ຄວາມ​ຮ້ອນ​ໄດ້​ສູງ​ສຸດ​ເຖິງ 80 ອົງ​ສາ​ເຊວຊຽດ ຊຶ່ງ​ຫາກ​ໂນດບຸ໊​ກຂອງ​ທ່ານ​ບໍ່​ຮ້ອນເກີນໄປກວ່າ​ນີ້​ຂະນະ​ໃຊ້​ງານ ກໍ​ຄົງ​ບໍ່​ມີ​ບັນຫາ​ຫຍັງ ສ່ວນ​ລາ​ຄາ​ຂອງ​ມັນ​ຢູ່ທີ່ 16.99 ຫລຽນຯ (ສຳລັບ​ລາ​ຄາ​ນີ້​ບໍ່​ລວມ​ອາ​ກາດ ເພາະ​ເຈົ້າ​ຕ້ອງ​ເປົ່າ​ເອ​ງ)

Credit: Arip.co.th



ລອງອ່ານກ່ຽວກັບ  CF Card Reader ສຳລັບ iPad ແລະ iPad 2 ທີ່ນັກຖ່າຍຮູບຄວນມີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.