ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Firefox Home ເຊື່ອມ​ຕໍ່ໄຟລ໌​ຟອກຊ໌​ກັບ​ໄອ​ໂຟນ

ຂ່າວໄອທີ

ມື້​ວັນພຸດ​ທີ່​ຜ່ານມາ ມໍ​ຊິນ​ລ່າ (Mozilla) ໄດ້​ໃຫ້​ລາຍ​ລະອຽດ​ກຽວ​ກັບ Firefox Home ແອບ​ພິ​ເຄ​ຊັນ​ເທິງ​ໄອ​ໂຟນ (iPhone) ທີ່​ເຮັດວຽກ​ແບບ​ດຽວ​ກັບ Firefox Sync ຊຶ່ງ​ເປີດ​ໂອ​ກາດ​ໃຫ້​ຜູ້​ໃຊ້​ສາມາດ​ເຂົ້າ​ເຖິງ​ປະຫວັດ​ການ​ທ່ອງ​ເວັບ​ໃນ​ອະ​ດີດ (history) ບຸ໊​ກມາລ໌​ກ (bookmarks) ແລະ​ຄ່າ​ກຳນົດ​ຂອງ​ແທັບ (tab setting) ຈາ​ກບຼາວ​ເຊີລ໌​ໄຟລ໌​ຟອກຊ໌​ທີ່​ໃຊ້​ງານ​ເທິງ​ເດສທອບ ນັ້ນ​ໝາຍ​ຄວາມ​ວ່າ ທ່ານເຄີຍ​ທ່ອງ​ເວັບ​ເພື່ອ​ເບິ່ງ​ຫຍັງ​ເທິງ​ເດສ​ທອບ Firefox Home ເທິງ​ໄອ​ໂຟນ​ຈະໃຫ້​ເຈົ້າ​ເຂົ້າ​ເຖິງ​ຂໍ້​ມູນ​ເຫລົ່າ​ນັ້ນ​ໄດ້

ມໍ​ຊິນ​ລ່າ​ປະ​ກາດ​ຕຽມ​ແຈກ​ຟະ​ລີ​ແອບຯ​ເທິງ​ໄອ​ໂຟນ​ທີ່​ມີ ການເຮັດວຽກ​ໃນ​ລັກສະນະ​ຂອງ​ການ​ເຂົ້າ​ລະ​ຫັດ​ລະຫວ່າງ​ ເຊິ​ເວີລ໌​ກັບ​ໄຄ​ເອັນຕ໌ ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ເຂົ້າ​ເຖິງ​ຊຸດ​ຂໍ້​ມູນ​ການ​ທ່ອງ​ເວັບ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້ ໂດຍ​ໄດ້​ຍື່ນ​ພິຈາລະນາ Firefox Home ໄປ​ຍັງ Apple ຮຽບຮ້ອຍ​ແລ້ວ ຂະນະ​ນີ້​ຢູ່ໃນ​ລະຫວ່າງ​ລໍ​ການ​ພິຈາລະນາ

ປົກກະຕິ​ແອບ​ເປີ້ນ ມັກ​ຈະ​ບໍ່​ພິຈາລະນາ​ໃຫ້​ແອບຯ​ທີ່​ມີ​ຟັງກ໌​ຊັນ​ຊ້ຳ​ຊ້ອນ​ກັບ​ທີ​ມີ​ຢູ່ໃນ​ໄອ​ໂຟນ​ແລ້ວ ຊຶ່ງ​ກໍ​ຖືກ​ຕໍ່​ຕ້ານ​ໂດຍ​ເຫລົ່າ​ບັນ​ດາບ​ລາວ​ເຊີລ໌​ຕ່າງໆ ຫລວງຫລາຍ ເນື່ອງ​ຈາກ​ແອບ​ເປີ້ນ​ອ້າງ​ວ່າ ໃນ​ໄອ​ໂຟນ​ມີ Safari ໃຫ້​ໃຊ້​ຢູ່​ແລ້ວ ແຕ່​ໃນ​ທີ່ສຸດ Opera ກໍ​ໄດ້​ທະ​ລາຍ​ກຳ​ແພງ​ດັ່ງ​ກ່າວ​ລົງ​ໄປ​ຮຽບຮ້ອຍ​ແລ້ວ ຢ່າງໃດ​ກໍ​ຕາມ Firefox Home ເປັນ​ແອບຯ​ເສີມ​ການ​ໃຊ້​ບໍລິການ​ອິນ​ເຕີ​ເນັດ​ຂອງ​ມໍ​ຊິນ​ລ່າ​ຫລາຍກວ່າ​ທີ່​ເປັນ​ບຼາວ​ເຊີລ໌ ທີ່​ສົມບູນ ແຕ່​ຢ່າງ​ນ້ອຍ ມັນ​ເປັນ​ວິທີ​ທີ່​ຈະ​ເຮັດໃຫ້​ຜູ້​ໃຊ້​ໄອ​ໂຟນ​ໄດ້​ຮູ້​ຈັກ​ໄຟລ໌​ຟອກຊ໌ Firefox Home ສາມາດ​ເຮັດວຽກ​ເທິງ iPad ໄດ້ດ້ວຍ ເຖິງແມ່ນ​ວ່າມັນ​ຈະ​ບໍ່​ໄດ້ຮັບ​ການ​ອອກ​ແບບ​ມາ​ໃຫ້​ໃຊ້​ເທິງ​ໄອ​ແພດ​ກໍ​ຕາມ

Credit: Arip.co.th

ລອງອ່ານກ່ຽວກັບ  iPhone 4 ສະມາດ​ໂຟນ​ ເຊຶ້ອສາຍ “ເກົາ​ຫລີ” ຈິງເເທ້ສ່ຳໃດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.